ຊາວໜຸ່ມຫວຽດນາມ- ກູບາເພີ່ມທະວີການ ຮ່ວມມືມິດຕະພາບ
(ພາບ: thanhnien.com.vn )
(vovworld)- ຊາວໜຸ່ມສອງປະເທດຫວຽດນາມ-ກູບາ ເຫັນດີເປັນເອກະສັນຈະຊຸກຍູ້ການພົວພັນລະຫວ່າງສອງອົງການຊາວໜຸ່ມກ່ວາອີກໃນໄລຍະຈະມາເຖິງ, ສະເໜີຄົ້ນຄ້ວາບັນດາໂຄງການຮ່ວມມື ແລະ ຜັນຂະຫຍາຍບັນດາໂຄງການອາສາສະໝັກລະຫວ່າງຊາວໜຸ່ມສອງປະເທດ. ນັ້ນແມ່ນຂໍ້ຕົກລົງລະຫວ່າງຄະນະຊາວໜຸ່ມກອມມູນິດສອງປະເທດຫວຽດນາມ-ກູບາ ໃນການພົບປະເຈລະຈາລະຫວ່າງການນຳສູນກາງຄະນະຊາວໜຸ່ມກອມມູນິດສອງປະເທດ ໃນການຢ້ຽມຢາມກູບາ ຫວ່າງແລ້ວນີ້ ຂອງທ່ານຟານວັນໝ້າຍ, ເລຂາຜູ້ປະຈຳການສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ. ສອງຝ່າຍຢືນຢັນຈະສະໜັບສະໜູນ ແລະ ໜູນຊ່ວຍຊື່ງກັນ ແລະ ກັນໃນວິວັດການກະກຽມ ກໍ່ຄືໃນໄລຍະເຂົ້າຮ່ວມງານມະໂຫລານຊາວໜຸ່ມນັກສຶກສາໂລກຄັ້ງທີ 18 ຊື່ງຈະຖືກຈັດຂຶ້ນໃນທ້າຍປີນີ້ຢູ່ Ecuador. ໃນຂອບເຂດການຢ້ຽມຢາມກູບາ ແຕ່ວັນທີ 23-29/9, ຄະນະໄດ້ເຂົ້າຢ້ຽມຂ່ຳນັບທ່ານຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ Oscar Martinez; ໄປວາງພວງມາລາຢູ່ເຂດອະນຸສາວະລີນັກວິລະຊົນແຫ່ງຊາດ Jose Marti ແລະ ອະນຸສາວະລີປະທານໂຮ່ຈິມິນ; ຢ້ຽມຢາມ ແລະ ເຮັດວຽກກັບໜັງສືພິມ “ຊາວໜຸ່ມລຸກຂຶ້ນ“ ແລະ ພົບປະກັບນັກຮຽນຫວຽດນາມ ພວກຮ່ຳຮຽນຢູ່ກູບາ.