ຍົກລະດັບຄຸນນະພາບການສຶກສາວິຊາຊີບໃຫ້ແກ່ຄົນງານຊົນນະບົດ
(ທ່ານລັດຖະມົນຕີ ກະຊວງກະສີກຳ ແລະ ພັດທະນາຊົນນະບົດ ກາວດຶກຟາດ)
(vovworld) - ຕອນເຊົ້າວັນທີ 7/5, ຢູ່ຮ່າໂນ້ຍ, ກະຊວງກະສີກຳ ແລະ ພັດທະນາຊົນນະບົດ ສົມທົບກັບກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມຈັດຕັ້ງກອງປະຊຸມ ປະເມີນວຽກງານບຳລຸງສ້າງວິຊາຊີບກະສີກຳໃຫ້ແກ່ຄົນງານຊົນນະບົດ. ຜັນຂະຫຍາຍ ”ແຜນຮ່າງບຳລຸງສ້າງວິຊາຊີບໃຫ້ແກ່ຄົນງານຊົນນະບົດເຖິງປີ 2020” ຂອງນາຍົກລັດຖະມົນຕີ, ໃນໄລຍະ 2010 – 2013, ຈຳນວນຄົນງານໄດ້ຮັບການບຳລຸງສ້າງວິຊາຊີບແມ່ນ 660.000 ຄົນ, ບັນລຸກວ່າ 50% ຂອງແຜນການ. ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ກະຊວງກະສີກຳ ແລະ ພັດທະນາຊົນນະບົດ ກາວດຶກຟາດ, ຖືວ່າ:
”ປະຈຸບັນພວກເຮົາມີພື້ນຖານ ບຳລຸງສ້າງວິຊາຊີບ 700 ແຫ່ງ ແລະລະບົບສົ່ງເສີມກະສີກຳລວມມີພະນັກງານສົ່ງເສີມກະສີກຳຂັ້ນຮາກຖານ 30.000 ກວ່າຄົນ. ແຕ່ລະປີ, ສູນກາງ ແລະ ທ້ອງຖີ່ນຕ່າງໆໄດ້ລົງທຶນນັບຮ້ອຍຕື້ດົ່ງ ເພື່ອກໍ່ສ້າງ ຮູບແບບຕ່າງໆ, ນຳໃຊ້ຄວາມກ້າວໜ້າດ້ານວິທະຍາສາດ ເຕັກນິກ ແລະ ຈັດຕັ້ງການເຟິກອົບຮົມໃຫ້ແກ່ຊາວກະສີກອນ. ດັ່ງນັ້ນໃນປີ 2014-2015, ພວກເຮົາຕັດສິນໃຈກໍ່ສ້າງຮາກຖານສົ່ງເສີມ ໃຫ້ກາຍເປັນສູນ ບຳລຸງສ້າງວິຊາຊີບໃໝ່ໃຫ້ແກ່ຊາວກະສີກອນ ແລະ ນຳໃຊ້ຄວາມກ້າວໜ້າດ້ານວິທະຍາສາດ, ເຕັກນິກ, ຈາກນັ້ນຈະດຶງດູດປະຊາຊົນມາຢ້ຽມຢາມ ແລະ ຮຳ່ຮຽນ ”