ຍົກສຸງຄຸນນະພາບການບໍລິການທ່ອງທ່ຽວ ຫວຽດນາມ

(VOVWORLD) - ຕອນບ່າຍວັນທີ 21 ກໍລະກົດ, ທີ່ນະຄອນ ໂຮ່ຈີມິນ, ຜູ້ຕາງໜ້າຂອງວິສາຫະກິດກ່ວາ 200 ແຫ່ງພວມເຄື່ອນໄຫວໃນຂົງເຂດທ່ອງທ່ຽວຢູ່ບັນດາແຂວງ, ນະຄອນພາກໃຕ້ 
ຍົກສຸງຄຸນນະພາບການບໍລິການທ່ອງທ່ຽວ ຫວຽດນາມ - ảnh 1 (ພາບປະກອບ)

ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍແຜນການເພີ່ມທະວີວຽກງານຄຸ້ມຄອງ, ປັບປຸງການເຄື່ອນໄຫວທ່ອງທ່ຽວ, ແນະນຳທ່ອງທ່ຽວ ແລະ ຄຸ້ມຄອງສະຖານທີ່ທ່ອງທ່ຽວ, ໂດຍກົມໃຫຍ່ທ່ອງທ່ຽວ ຫວຽດນາມ ສົມທົບກັບສະຫະສະມາຄົມທ່ອງທ່ຽວ ຫວຽດນາມ ຈັດຕັ້ງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນວັນຕ໋ວນ ຫົວໜ້າກົມໃຫຍ່ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ: ການທ່ອງທ່ຽວ ຫວຽດນາມ ໃນ 6 ເດືອນຕົ້ນປີ 2017 ໄດ້ເຕີບໂຕສູງພໍສົມຄວນ ດ້ວຍຍອດຈຳນວນແຂກທ່ອງທ່ຽວສາກົນມາຢ້ຽມຢາມ ຫວຽດນາມ ບັນລຸກ່ວາ 6,2 ລ້ານເທື່ອຄົນ, ເພີ່ມ 30% ເມື່ອທຽບໃສ່ໄລຍະດຽວກັນປີ 2016. ແຂກທ່ອງທ່ຽວພາຍໃນປະເທດບັນລຸກ່ວາ 40,7 ລ້ານເທື່ອຄົນ; ເພີ່ມ 27,1% ເມື່ອທຽບໃສ່ໄລຍະດຽວກັນປີ 2016. ດ້ວຍຄາດໝາຍທີ່ວາງອອກໃນປີ 2017, ສູ້ຊົນຕ້ອນຮັບແຂກທ່ອງທ່ຽວສາກົນມາ ຫວຽດນາມ ປະມານ 13 ລ້ານເທື່ອຄົນ, ຂະແໜງທ່ອງທ່ຽວ ຫວຽດນາມ ທັງຕ້ອງຮັກສາການດຶງດູດແຂກທ່ອງທ່ຽວ ທັງກວດກາ, ປັບປຸງບັນດາການເຄື່ອນໄຫວທ່ອງທ່ຽວຢ່າງຕໍ່ເນື່ອງ ເພື່ອຕອບສະໜອງຄວາມຮຽກຮ້ອງຍົກສຸງຄຸນນະພາບ, ການບໍລິການ.

ຕອບກັບ

ຂ່າວ/ບົດ​ອື່ນ