ຍົກສູງປະສິດທິຜົນການຊັກຖາມຂອງສະພາແຫ່ງຊາດຕິດພັນກັບການຜັນຂະຫຍາຍປະຕິບັດລັດຖະທຳມະນູນ
ພາບປະກອບ:internet
|
(vovworld)-ນັ້ນແມ່ນຫົວຂໍ້ຂອງກອງປະຊຸມສຳມະນາ ໂດຍຫ້ອງວ່າການສະພາແຫ່ງຊາດຈັດຂຶ້ນໃນວັນທີ 22 ແລະ 23/7 ຢູ່ ນະຄອນ ດາຫນັງ. ກອງປະຊຸມສຳມະນານອນໃນຂອບເຂດຍຸດທະສາດຮ່ວມມືພັດທະນາແຫ່ງຊາດຂອງ ອົງການພັດທະນາສາກົນ ອາເມລິກາ ປະຈຳຮ່າໂນ້ຍ ໄລຍະ 2014-2018. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຮີ່ງງອກເຊີນ ຢືນຢັນວ່າ:
“ການຊັກຖາມແມ່ນບັນຫາໃຫມ່ ແຕ່ການເຄື່ອນໄຫວນີ້ ຍາມໃດກໍຕ້ອງປ່ຽນໃຫມ່, ດັດປັບ ເປັນຕົ້ນໃນເງື່ອນໄຂພວມຕັ້ງຫນ້າຜັນຂະຫຍາຍປະຕິບັດລັດຖະທຳມະນູນໃຫມ່, ກົດໝາຍວ່າດ້ວຍສະພາແຫ່ງຊາດ ສະບັບປັບປຸງໃກ້ຈະມີຜົນສັກສິດ ແລະ ກົດໝາຍວ່າດ້ວຍການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ, ສະພາປະຊາຊົນ ໃກ້ຈະໄດ້ຮັບການຮັບຮອງເອົາ. ບັນດາຄຳເຫັນປະກອບທີ່ກອງປະຊຸມສຳມະນາ ຈະແມ່ນບັນດາຂໍ້ມູນຂ່າວສານທີ່ສຳຄັນ ປະກອບສ່ວນປັບປຸງ, ຍົກສູງຄຸນນະພາບຂອງວຽກງານນີ້ກວ່າ.”