ຍີ່ປຸ່ນປະກາດຄະນະລັດຖະບານໃໝ່ພາຍຫຼັງການເລືອກຕັ້ງສະພາຕ່ຳ
ທ່ານ Akinori Eto
(ພາບ: Kyodo-TTXVN)
(vovworld) – ຕອນບ່າຍວັນທີ 24/12, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ, ຜູ້ຫາກໍ່ໄດ້ຮັບການເລືອກຕັ້ງຄືນໃໝ່ Shinzo Abe, ໄດ້ປະກາດບັນຊີລາຍຊື່ຄະນະລັດຖະບານໃໝ່ ໃນນັ້ນມີແຕ່ປ່ຽນແປງຕຳແໜ່ງໜຶ່ງດຽວສຳລັບລັດຖະມົນຕີວ່າການກະຊວງປ້ອງກັນປະເທດເທົ່ານັ້ນ. ຕາມນັ້ນແລ້ວ, ອະດີດຫົວໜ້າກົມປ້ອງກັນ Gen Nakatani ຈະແທນໃຫ້ທ່ານ Akinori Eto. ທ່ານ Nakatani ໄດ້ຮັບຖືວ່າມີທັດສະນະດຽວກັນກັບທ່ານນາຍົກລັດຖະມົນຕີ Abe ໃນການຊຸກຍູ້ບົດບາດປ້ອງກັນຄວາມສະຫງົບໃຫຍ່ຫຼວງກ່ວາຂອງ ຍີ່ປຸ່ນ.
ບັນຊີລາຍຊື່ຄະນະລັດຖະບານໃໝ່ໂດຍຫົວໜ້າຫ້ອງວ່າການລັດຖະບານ ຍີ່ປຸ່ນ Yoshihide Suga ຍົກອອກມາທີ່ການປະຊຸມຂ່າວພາຍຫຼັງທ່ານ Abe ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຄືນໃໝ່ໃນວາລະປະຊຸມທຳອິດຂອງກອງປະຊຸມສະພາແຫ່ງຊາດທີ່ແກ່ຍາວເປັນເວລາ 3 ວັນ. ນີ້ແມ່ນຄະນະລັດຖະບານທີ 3 ຂອງທ່ານນາຍົກລັດຖະມົນຕີ Abe ນັບແຕ່ທ່ານຮັບດຳລົງຕ່ຳແໜ່ງແຕ່ທ້າຍປີ 2012 ແລະ ສາບານຕົວຮັບດຳລົງຕຳແໜ່ງຢ່າງເປັນທາງການຢູ່ ລາດຊະວັງ ຍີ່ປຸ່ນໃນທ້າຍວັນທີ 24/12.