ຍີ່ປຸ່ນໜູນຊ່ວຍບັນດາປະເທດອາຊຽນນຳໃຊ້ລະບອບຄຳ້ປະກັນສິນເຊື່ອ

ຍີ່ປຸ່ນໜູນຊ່ວຍບັນດາປະເທດອາຊຽນນຳໃຊ້ລະບອບຄຳ້ປະກັນສິນເຊື່ອ - ảnh 1
(ພາບ​ປະ​ກອບ)

(vovworld) –​ ກະ​ຊວງ​ເສດ​ຖະ​ກິດ, ກາ​ນ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຍີ່​ປຸ່ນ ຈະ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ອາ​ຊຽນ ເພື່ອກໍ່​ສ້າງ ແລະ ນຳ​ໃຊ້​ລະ​ບອບ​ຄ້ຳ​ປະ​ກັນ​ສິນ​ເຊືຶ່ອ. ນີ້​ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ສ້າງ​ຄວາມ​ສະ​ດວກໃນ​ການ​ລະ​ດົມ​ທຶນ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ລົງ​ທຶນ​ເຂ​ົ້າ​​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ພາ​ຍ​ຫຼັງ​ສັນ​ຍາ​​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP) ເລີ່ມ​ມີ​ຜົນ​ສັກ​ສິດ. ໃນ​ໄລ​ຍະ​ເບື້ອງ​ຕົ້ນ, ຍີ່​ປຸ່ນ ຈະ​ຈັດ​ສົ່ງ​​ນັກ​ຊ່ຽວ​ຊານ​ເຖິງ​ບັນ​ດາ​ປະ​ເທດ​ອາ​ຊຽນ ເພື່ອ​ໜູນ​ຊ່ວຍກໍ່​ສ້າງ​​ຖານ​ຂ​ໍ້​ມູນ​​ດ້ານ​ການ​ເງິນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ. ຈຸດ​ໝາຍ​ຂອງ​ຍີ່​ປຸ່ນ​ ແມ່ນໃນ​ໄລ​ຍະ 2 – 3 ປີ​ຈະ​ມາ​ເຖິງ​ຈະ​ສ​້າງ​ລະ​ບອບ​​ຄ​້ຳ​ປະ​ກັນ​ສິນ​ເຊື່ອ​ຢູ່​ອາ​ຊຽນ ໃຫ້​ສົມ​ບູນ​ແບບ, ເຊິ່ງ​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ​ຍີ່​ປຸ່ນ ອາດ​ສາ​ມາດ​ນຳ​ໃຊ້​ໄດ້.

      ອາ​ຊຽນ​ແມ່ນ​ພາກ​ພື້​ນ​ເສດ​ຖະ​ກິດ​​ມີ​ການ​ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ແຂງ​ແຮງ, ສະ​ນັ້ນ​ກໍ່​ແມ່ນ​ສະ​ຖານ​ທີ່​ເຊິ່ງ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ​ຂອງ​ຍີ່​ປຸ່ນ ຄັດ​ເລືອກ ເພື່ອ​ຍູ້​ແຮງ​ການ​ລົງ​ທຶນ​ອອກ​ສ​ູ່​ຕ່າງ​ປະ​ເທດ.

ຂ່າວ/ບົດ​ອື່ນ