ທ່ານ ໂຕຮຸຍເຣຶ໋ອ ກຳມະການກົມການເມືອງ
ຕ້ອນຮັບ ທ່ານອະດີດນາຍົກລັດຖະມົນຕີ
ຍີ່ປຸ່ນ Yukio Hatoyama
( ພາບ: cpv.org.vn )
|
( vovworld ) - ຕອນບ່າຍວັນທີ 20/3, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕຮຸຍເຣຶ໋ອ, ກຳມະການກົມການເມືອງ, ຫົວໜ້າຄະນະຈັດຕັ້ງສູນກາງ, ປະທານກຸ່ມສສຊ ມິດຕະພາບຫວຽດນາມ - ຍີ່ປຸນ ໃຫ້ການຕ້ອນຮັບຄະນະຜູ້ແທນສສຊ ຍີ່ປຸ່ນ ໂດຍທ່ານ Yukio Hatoyama, ອະດີດນາຍົກລັດຖະມົນຕີຍີ່ປຸ່ນ, ປະທານພັນທະມິດສສຊມິດຕະພາບຍີ່ປຸ່ນ - ຫວຽດນາມ ນຳໜ້າ, ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ໂຕຮຸຍເຣຶ໋ອ ໄດ້ຢືນຢັນວ່າ, ຍາມໃດພັກ, ລັດ ແລະ ປະຊາຊົນຫວຽດນາມ ກໍຖືເປັນສຳຄັນ ແລະ ພັດທະນາສາຍພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ ຢ່າງບໍ່ຢຸດຢັ້ງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ; ສະເໜີໃຫ້ສະພາແຫ່ງຊາດຍີ່ປຸນ ສືບຕໍ່ສະໜັບສະໜູນເພີ່ມທຶນ ODA ໃຫ້ແກ່ຫວຽດນາມ ແລະ ໜູນຊ່ວຍຫວຽດນາມ ໃນບັນດາຂົງເຂດບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ພັດທະນາພື້ນຖານໂຄງລ່າງ.
ສ່ວນທ່ານ Yukio Hatoyama ໄດ້ຢືນຢັນວ່າ, ຍີ່ປຸ່ນ ຖືເປັນສຳຄັນການພັດທະນາການພົວພັນ “ ຄູ່ຮ່ວມມືຍຸດທະສາດເພື່ອສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຢູ່ພາກພື້ນອາຊີ ” ກັບຫວຽດນາມ ທີ່ນັບມື້ນັບເລິກເຊິ່ງ ແລະ ໝັ້ນຄົງ, ພິເສດແມ່ນໃນການຜັນຂະຫຍາຍບັນດາໂຄງການຮ່ວມມືຂະໜາດໃຫຍ່ ແລະ ເນັ້ນໜັກວ່າ ພ້ອມແລ້ວທີ່ຈະໃຫ້ການຊ່ວຍເຫຼືອຫວຽດນາມ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການເງິນ, ຖ່າຍທອດເຕັກໂນໂລຊີໃນຂົງເຂດນິວເຄຼີຍປະລະມານູ.