ຍ້ອງຍໍສັນລະເສີນ ບຸກຄົນດີເດັ່ນ 100 ຄົນໃນການບໍລິຈາກເລືອດ ປີ 2012

ຍ້ອງຍໍສັນລະເສີນ ບຸກຄົນດີເດັ່ນ 100 ຄົນໃນການບໍລິຈາກເລືອດ ປີ 2012 - ảnh 1
ທ່ານນາງລັດຖະມົນຕີ Nguyen Thi Kim Tien ມອບໃບຍ້ອງຍໍໃຫ້ບັນດາຜູ້​ບໍລິຈາກ​ເລືອດ​ດີ​ເດັ່ນ​ທົ່ວ​ປະ​ເທດ​ປີ 2012
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) – ​ໂດຍ​ສະ​ເຫຼີ​ມສະຫຼອງ​ວັນ​ໂລກ ​ເຊີດ​ຊູ​ຜູ້​ບໍລິຈາກ​ເລືອດ (14/6), ຕອນ​ບ່າຍ​ວັນ​ທີ 10/6, ຢູ່​ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ແຫ່ງ​ຊາດ​​ຂົນຂວາຍການ​ບໍລິຈາກ​ເລືອດ​ດ້ວຍ​ຄວາມສະໝັກ​ໃຈ ສົມທົບ​ກັບ ສະ​ຖາ​ບັນ​ໂລຫິດ​ສາດ ​ແລະ ສົ່ງ​ເລືອດ​ສູນ​ກາງ ​ໄດ້​ຈັດ​ຕັ້ງ ພິທີຍ້ອງ​ບໍ​ສັນລະ​ເສີນ ຜູ້​ບໍລິຈາກ​ເລືອດ​ດີ​ເດັ່ນ​ທົ່ວ​ປະ​ເທດ​ປີ 2012 100 ຄົນ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານນາງ​ Nguyen Thi Kim Tien, ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ, ຫົວໜ້າ​ຄະນະ​ຊີ້​ນຳ​ແຫ່ງ​ຊາດກ່ຽວ​ກັບ​ການ​ຂົນຂວາຍ​ບໍລິຈາ​ກ​ເລືອດ​ດ້ວຍ​ຄວາມສະໝັກ​ໃຈ​ເນັ້ນ​ໜັກ​ວ່າ:

“ຜູ້​ດີ​ເດັ່ນ 100 ຄົນ​ໃນ​ມື້​ນີ້ ​ປຽບ​ເໝືອນ​ດວງ​ມາລາ ​ໃນ​ສວນ​ດອກ​ໄມ້​ແຫ່ງ​ຄວາມ​ຮັກ​ແພງ​ມະນຸດ​ຂອງ​ປະ​ເທດ​ຊາດ​ຢ່າງ​ແທ້​ຈິງ. ທີ່​ຕາງໜ້າ​ໃຫ້​ແກ່​ປະຊາຊົນ​ນັບ​ລ້ານໆ ​ເທ​ື​່ອຄົນ​ເຂົ້າ​ຮ່ວມ​ການ​ບໍລິຈາກ​ເລືອດ​ດ້ວຍ​ຄວາມ​ສະໝັກ​ໃຈ, ຮ້ອຍໆຄອບຄົວ​​ໄດ້ເຂົ້າ​ຮ່ວມ​ການ​ບໍລິຈາກ​​ເລືອດ. ບັນດາ​ການ​ກະທຳ​ອັນ​ສູງ​ສົ່ງ​ນັ້ນ​ຂອງ​ພວກ​ອ້າຍ, ​ເອື້ອຍ ​ແລະ ຂອງ​ພວກ​ເພື່ອນ ຈະ​ຊ່ວຍ​ກູ້​ເອົາ​ຊີວິດໃຫ້​ຄົນ​ທີ່​ເປັນ​ພະຍາດ​ອັນຕະລາຍ, ຊ່ວຍ​ໃຫ້​ຂະ​ແໜງ​ສາທາລະນະ​ສຸກ​ຫຼຸດຜ່ອນ​ຄວາມຫຍຸ້ງ​ຍາກ ຍ້ອນ​ຂາດ​ເລືອດ ​ຮັບ​ໃຊ້​​ໃຫ້ແກ່​ກໍລະນີ​ສຸກ​ເສີນ ​ແລະ ປິ່ນປົວ, ຍິ່ງ​​ໄປກ່ວາ​ນັ້ນ​ການບໍລິຈາກ​ເລືອດ​ກູ້​ເອົາ​ຊີວິດ ກໍແມ່ນ​​ແບບຢ່າງ ກ່ຽວ​ກັບ​ຄວາມ​ຮັກ​ແພງ​ມະນຸດ​ຢູ່​ປະ​ເທດ​ພວກ​ເຮົາ​ອີກ​ດ້ວຍ”

ຂ່າວ/ບົດ​ອື່ນ