ຍ້ອງຍໍໄວໜຸ່ມນະຄອນຫຼວງທີ່ດີິເດັ່ນ10ຄົນປີ 2015

ຍ້ອງຍໍໄວໜຸ່ມນະຄອນຫຼວງທີ່ດີິເດັ່ນ10ຄົນປີ 2015  - ảnh 1
(ພາບ​ປະ​ກອບ)

(vovworld) –​ ຄະ​ນະ​ຊາວ​ໜຸ່ມ​ຮ່າ​ໂນ້ຍ ​ໃຫ​້​ຮູ້​ວ່າ, ຫາກ​ໍ​ຕົກ​ລົງ​ມອບ​ລາງວັນ​ໄວ​ໜຸ່ມ​ດີິ​ເດັ່ນ​ນະ​ຄອນ​ຫຼວງ​ປີ 2015 ໃຫ້​ສະ​ມາ​ຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ເຍົາ​ວະ​ຊົນ 10 ຄ​ົນ. ນ​ີ້​ແມ່ນ​ບັນ​ດາ​ຜູ້​​ທີ່ມີ​ຜົນ​ງານ​ດີິ​ເດັ່ນ​ໃນ 6 ຂົງ​ເຂດ​ຄື: ການ​ຮ່ຳ​ຮຽນ, ຄົ້ນ​ຄວ້​າ​ວິ​ທະ​ຍາ​ສາດ; ການ​ອອກ​ແຮງ​ງານ​ຢ່າງ​ມີ​ຫົວ​ຄ​ິດ​ປະ​ດິດ​ສ້າງ - ພັດ​ທະ​ນາ​ເສດ​ຖະ​ກິດ; ວັດ​ທະ​ນະ​ທຳ - ສິ​ລ​ະ​ປະ; ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ​ການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽ​ບ​ຮ້ອຍ​ຄວາມ​ປອດ​ໄພທາງ​ສັງ​ຄົມ; ​ກະ​ລ​າ - ກາຍ​ຍະ​ກຳ ແລະ ຂົງ​ເຂດ​ອາ​ສາ​ສະ​ໝັກ​ເພື່ອ​ຊີ​ວິດ​ປະ​ຊາ​ຄົມ. ລາງວັນ “ໄວໜຸ່ມ​​ນະ​ຄອນ​ຫຼ​ວງທີ່ດີ​ເດັ່ນ​” ແມ່ນ​ເພື່ອ​ແນ​ໃສ່ປ​ຸກລະ​ດົ​ມ​ກຳ​ລັງ​ໃຈ, ເຊີ​ດ​ຊ​ູ​ບັນ​ດາ​ແບບ​ຢ່າງ​ຊາວ​ໜຸ່ມ, ໄວ​ໜຸ່ມ​ເຍົ​າ​ວະ​ຊົນ​ດີ​ເດັ່ນ​ໃນ​ບັນ​ດາ​​ຂົງ​ເຂດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ນະ​ຄອນ​ຫຼວງ ແລະ ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ