(vovworld) – ວັນທີ 30/03, ກອງປະຊຸມສະຫະພັນລັດຖະສະພາສາກົນຄັ້ງທີ 132 (IPU 132) ໄດ້ກ້າວເຂົ້າສູ່ມື້ເຮັດວຽກທີ່ 3. ຄາດວ່າ, ຈະມີກອງຊຸມທາງການ 5 ຄັ້ງ, ໃນນັ້ນມີກອງປະຊຸມຄົບຄະນະຂອງ IPU ດ້ວຍການປຶກສາຫາລືຫົວຂໍ້ຮີບດ່ວນ, ພວມໄດ້ຮັບຄວາມເອົາໃຈໃສ່ຈາກໂລກ. ຫົວຂໍ້ຮີບດ່ວນໄດ້ຕັດສິນໃນວັນທີ 29/03, ໂດຍອີງໃສ່ຂໍ້ສະເໜີຂອງ 9 ປະເທດ. ໃນນັ້ນ, ຂໍ້ສະເໜີຂອງແບນຊິກ ແລະ ອົດສຕາລີ ກ່ຽວກັບການຮັບມືກັບກຸ່ມກໍ່ການຮ້າຍ Boko Haram ເຊິ່ງໄດ້ຮັບການຮັບຮອງເອົາດ້ວຍຈຳນວນບັດສະໜັບສະໜູນສູງສຸດ. ຕາມຂໍ້ກຳນົດຂອງ IPU ແລ້ວ, ບໍ່ວ່າສະມາຊິກໃດກໍ່ສາມາດສະເໜີເພີ່ມເຕີມຫົວຂໍ້ຮີບດ່ວນເຂົ້າໃນໂຄງການດຳເນີນງານຂອງ IPU. ແລະກໍ່ໃນວັນທີ 30/03, ທີ່ກອງປະຊຸມຂອງຄະນະປະຈຳກ່ຽວກັບປະຊາທິປະໄຕ ແລະ ສິດທິມະນຸດ, ບັນດາຜູ້ແທນໄດ້ປຶກສາຫາລືຮ່າງມະຕິ “ກົດໝາຍສາກົນໃນບັນຫາອະທິປະໄຕແຫ່ງຊາດ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ ແລະ ສິດທິມະນຸດ”.
ຕາມທ່ານເລມິງທົງ, ຮອງຫົວໜ້າຄະນະກຳມາທິການກົດໝາຍສະພາແຫ່ງຊາດ ແລ້ວ, ນີ້ແມ່ນມະຕິທີ່ໄດ້ຮັບການຮຽບຮຽງຈາກກອງປະຊຸມໃຫຍ່ IPU 131 ແຕ່ຍ້ອນຍັງມີຫຼາຍຄຳເຫັນທີ່ແຕກຕ່າງກັນ ສະນັ້ນຍັງບໍ່ທັນໄດ້ຮັບການຮັບຮອງເອົາຢູ່ເຊີແນວ ແລະ ໃນຄັ້ງນີ້, ດ້ວຍຄວາມຕັດສິນໃຈຂອງບັນດາສະມາຊິກລັດຖະສະພາ IPU, ມະຕິສືບຕໍ່ໄດ້ນຳມາປຶກສາຫາລືຢູ່ຮ່າໂນ້ຍ ແລະ ໄດ້ຮັບການຮັບຮອງເອົາ.
“ນີ້ແມ່ນມະຕິສຳຄັນພິເສດ, ມັນສະແດງໃຫ້ເຫັນການພົວພັນລະຫວ່າງກົດໝາຍສາກົນ ກັບອະທິປະໄຕຂອງແຕ່ລະປະເທດ ແລະ ສຳລັບແຕ່ລະຄົນ. ຫວຽດນາມ ພວກເຮົາໄດ້ມີການປະກອບສ່ວນສຳຄັນເຂົ້າບັນດາລາຍການປຶກສາຫາລືຮ່າງມະຕິຢູ່ເຊີແນວ. ຫວຽດນາມ ຖືກົດໝາຍສາກົນເປັນສຳຄັນ ແລະ ຖືວ່າ, ກົດໝາຍສາກົນຕ້ອງໄດ້ຮັບການປະຕິບັດຢ່າງເຂັ້ມງວດໃນການພົວພັນກັບສາກົນ, ພ້ອມກັນນັ້ນກົດໝາຍສາກົນກໍ່ຕ້ອງເໝາະສົມກັບອະທິປະໄຕແຫ່ງຊາດ ແລະ ເຄົາລົບອະທິປະໄຕແຫ່ງຊາດ ແລະ ສິດທິມະນຸດ, ໃນພາກຕົວຈິງ, ກົດໝາຍສາກົນກໍ່ປົກປ້ອງສິດທິມະນຸດ. ຫວຽດນາມ ຊົມເຊີຍ IPU ຮັບຮອງເອົາມະຕິກ່ຽວກັບຫົວຂໍ້ສຳຄັນດັ່ງກ່າວ ແລະ ຫວັງວ່າບັນດາປະເທດຈະປະຕິບັດມະຕິຢ່າງເຂັ້ມງວດ, ເຄົາລົບການປະພຶດໃນການພົວພັນກັບສາກົນ”.
ທີ່ກອງປະຊຸມ 2 ຄັ້ງອື່ນ, ບັນດາສະມາຊິກສືບຕໍ່ປຶກສາຫາລືຮ່າງມະຕິກ່ຽວກັບ “ສົງຄາມອີນເຕີແນັດ” ແລະ ຫົວຂໍ້ສະເພາະ “ຕິດຕາມມະຕິກ່ຽວກັບການຄຸ້ມຄອງນ້ຳຂອງ IPU: ມຸ່ງໄປສູ່ອະນາຄົດ”.
ກ່ອນໜ້ານັ້ນ, ວັນທີ 29/03, ບັນດາກອງປະຊຸມສຳຄັນໃນຂອບເຂດກອງປະຊຸມໃຫຍ່ IPU 132 ເຊິ່ງດຳເນີນໄປຢູ່ຮ່າໂນ້ຍ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ພ້ອມກັບທ່ານປະທານ IPU Saber Chowdhury, ການນຳຄະນະເລຂາ IPU ໄດ້ຈັດກອງປະຊຸມຄະນະຊີ້ນຳກອງປະຊຸມໃຫຍ່ ເພື່ອແລກປ່ຽນກ່ຽວກັບໂຄງການດຳເນີນງານ ແລະ ການເຄື່ອນໄຫວຕົ້ນຕໍຂອງກອງປະຊຸມໃຫຍ່ຕາມຂໍ້ກຳນົດຂອງ IPU. ສະພາບໍລິຫານໄດ້ໃຫ້ຄຳເຫັນກ່ຽວກັບການຮັກສາຈຳນວນສະມາຊິກ IPU ແມ່ນ 166 ປະເທດ ແລະ ບໍ່ທັນຮັບສະມາຊິກໃໝ່; ໃຫ້ຄຳເຫັນກ່ຽວກັບ 8 ຫົວຂໍ້ຮີບດ່ວນເພື່ອໃຫ້ກອງປະຊຸມໃຫຍ່ຂັດເລືອກ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ຮັບການເລືອກຕັ້ງເປັນປະທານ IPU 132. ແລະກໍ່ໃນວັນດຽວກັນ, ໄດ້ດຳເນີນບັນດາກອງປະຊຸມຂອງຄະນະກຳມະການກ່ຽວກັບສິດທິມະນຸດ; ຄະນະກຳມະການການເງິນ, ການຄ້າ ແລະ ພັດທະນາຢ່າງໝັ້ນຄົງ; ຄະນະກຳມະການກ່ຽວກັບສັນຕິພາບ ແລະ ຄວາມປອດໄພແຫ່ງຊາດ. ແລະກໍ່ໃນຂອບເຂດກອງປະຊຸມ IPU 132 ໄດ້ດຳເນີນເວທີປາໄສສະມາຊິກສະພາແຫ່ງຊາດໜຸ່ມ. ຢູ່ນອກກອງປະຊຸມໃຫຍ່ ກໍ່ດຳເນີນກອງປະຊຸມຄື “ມຸ່ງໄປເຖິງວິໄສທັດປັກກິງ: ທັດສະນະຂອງເພດຊາຍ”; ກອງປະຊຸມຂອງສະຫະສະມາຄົມບັນດາເລຂາທິການໃຫຍ່ (ASGP), ກອງປະຊຸມ ASGP ຈະສິ້ນສຸດລົງໃນວັນທີ 01/04/2015.