ຍາມໃດຫວຽດນາມ ກໍແມ່ນສະມາຊິກ ທີ່ຕັ້ງໜ້າໃນການກໍ່ສ້າງປະຊາຄົມອາຊຽນ

ຍາມໃດຫວຽດນາມ ກໍແມ່ນສະມາຊິກ ທີ່ຕັ້ງໜ້າໃນການກໍ່ສ້າງປະຊາຄົມອາຊຽນ - ảnh 1
ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​
ຕ້ອນ​ຮັບ​ບັນດາ​ລັດຖະມົນຕີ​ກະຊວງ​ເສດຖະກິດ​ອາ​ຊຽນ
(ພາບ: chinhphu.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 07/03, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອນ​ຮັບ​ບັນດາ​ລັດຖະມົນຕີ​ກະຊວງ​ເສດຖະກິດ​ອາ​ຊຽນ ​ແລະ ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອ​ງມິ​ງ ທີ່​ພວມ​ຢູ່ ຫວຽດນາມ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນ ຄັ້ງ​ທີ 19. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ ຍາມ​ໃດ​ຫວຽດນາມ ກໍ​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ, ມີຄວາມ​ຮັບຜິດຊອບໃນ​ການ​ກໍ່ສ້າງ​ປະ​ຊາຄົມ​ອາ​ຊຽນ, ​ໂດຍ​ສະ​ເພາະ​ແມ່ນການ​ກໍ່ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ. ທ່ານ​ນາຍົກລັດຖະມົນຕີປາດຖະໜາ​ວ່າ ບັນດາ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ແນ​ໃສ່​ກໍ່​ສ້າງປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ກໍ​ຄື​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ອາ​ຊຽນ ​ແລະ ລະຫວ່າງ​ອາ​ຊຽນ ກັບປະ​ເທ​ດຕ່າງໆ. ບັນດາ​ລັດຖະມົນຕີ​ເສດຖະກິດອາ​ຊຽນ ​ໄດ້​ເນັ້ນ​ໜັກ​ເຖິງ​ບົດບາດ​ສຳຄັນ​ຂອງ​ຫວຽດນາມ ​ໃນ​ອາ​ຊຽນ. ບັນດາລັດຖະມົນຕີ, ​ເລຂາທິການ​ໃຫຍ່​ອາ​ຊຽນຢືນຢັນ​ວ່າ ຈະ​ສືບ​ຕໍ່​ມານະ​ພະຍາຍາມ ​ແລະ ຮ່ວມ​ມື​ຢ່າງ​ແໜ້ນ​​ແຟ້ນ ​ເພື່ອ​ປະ​ກອບ​ສ່ວນ​ປະຕິບັດ​ບັນດາ​ຄາດໝາຍ​​ເຊິ່ງອາ​ຊຽນ ໄດ້​ວາງ​ອອກ, ພິ​ເສດ​ແມ່ນ​ປະກອບສ່ວນ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ສຳ​ເລັດ​ໃນ​ປີ 2015.

ຂ່າວ/ບົດ​ອື່ນ