(vovworld) - ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງ (24/10/1972 – 24/10/2012) ແລະ ຮັບຫຼຽນໄຊເອກະລາດຊັ້ນ 2 ຂອງສະຖາບັນວິທະຍາສາດເຕັກໂນໂລຊີບໍ່ແຮ່ (Vinacomin) ເຊິ່ງດຳເນີນໄປໃນຕອນຄໍ່າວັນທີ 23/10 ຢູ່ທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ໄດ້ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ສະຖາບັນວິທະຍາສາດເຕັກໂນໂລຊີບໍ່ແຮ່ ໄດ້ຜັນຂະຫຍາຍບັນດາຫົວຂໍ້ຄົ້ນຄວ້າຂອງໂຄງການວິທະຍາສາດເຕັກໂນໂລຊີຈຸດສຸມທຸກຂັ້ນສຳເລັດຜົນ ໄດ້ສ້າງບາດກ້າວກະໂດດຂັ້ນໃນການຍົກສູງລະດັບວິທະຍາສາດເຕັກໂນໂລຊີຂອງຂະແໜງຂຸດຄົ້ນຖ່ານຫີນ ແລະ ແຮ່ທາດຫວຽດນາມ. ເພື່ອຮັບປະກັນປະລິມານຂຸດຄົ້ນແຮ່ທາດໃຫ້ໄດ້ 77 ໂຕນໃນປີ 2030 ຕາມແຜນກຳນົດກ່ຽວກັບການພັດທະນາຂະແໜງຖ່ານຫີນຫວຽດນາມ ເຊິ່ງລັດຖະບານໄດ້ອະນຸມັດຜ່ານແລ້ວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ Vinacomin ເອົາໃຈໃສ່ຂຸດຄົ້ນ ແລະ ນຳໃຊ້ຊັບພະກອນແຮ່ທາດຢ່າງເໝາະສົມຄື: ທອງ, ໂບສິດເຫຼັກ, ຊືນ ແລະ ໂລຫະທີ່ຫາຍາກ; ສຸມໃສ່ຄົ້ນຄວ້າປ່ຽນໃໝ່ເຕັກໂນໂລຊີ ແລະ ພັດທະນາການຫັນຂະແໜງຂຸດຄົ້ນແຮ່ທາດເປັນທັນສະໄໝ; ຍົກສູງປະສິດທິພາບຄຽງຄູ່ກັບຄວາມປອດໄພໃນການອອກແຮງງານ, ປົກປັກຮັກສາສິ່ງແວດລ້ອມ ຕິດພັນກັບການສຶກສາ ແລະ ບຳລຸງສ້າງຖັນແຖວພະນັກງານວິທະຍາສາດເຕັກໂນໂລຊີ. ທ່ານຮອງນາຍົກລັດຖະມົນຕີເອົາໃຈໃສ່ວ່າ ຂະແໜງຕ້ອງຍູ້ແຮງວຽກງານໃຫ້ຄຳປຶກສາໃນການອອກແບບ ຖ່າຍທອດເຕັກໂນໂລຊີວິທະຍາສາດເວົ້າລວມ ແລະ ໃນການຜະລິດບັນດາຜະລິດຕະພັນກົນຈັກຮັບໃຊ້ໃຫ້ແກ່ຂະແໜງຖ່ານຫີນ - ແຮ່ທາດເວົ້າສະເພາະ.