ຍູ້ແຮງການຮ່ວມມື ລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ, ກຳປູເຈຍ
ການເຊັນບົດບັນທຶກຮ່ວມມືລະຫວ່າງ 2 ແຂວງ
(ພາບ: dongthap.gov.vn)
(vovworld) - ຕອນບ່າຍ, ວັນທີ 7/9, ຢູ່ແຂວງ ດົ່ງຖ໋າບ ໄດ້ດຳເນີນກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2011-2013 ລະຫວ່າງ ຄະນະກຳມະການປະຊາຊົນແຂວງ ດົ່ງຖ໋າບ ແລະ ແຂວງ ບານເຕີຍມຽນ-ໄຈ( ລາດຊະອານາຈັກ ກຳປູເຈຍ). ໂດຍປະຕິບັດຂໍ້ຕົກລົງການຮ່ວມມື ລະຫວ່າງ ແຂວງ ດົ່ງຖ໋າບ ແລະ ແຂວງ ບານເຕີຍມຽນ-ໄຈ, ໃນ 3 ປີຜ່ານມາ, 2 ທ້ອງຖິ່ນດັ່ງກ່າວໄດ້ຫັນບັນດາເນື້ອໃນການຮ່ວມມືຄື: ຈັດຕັ້ງໃຫ້ແກ່ບັນດາວິສາຫະກິດຂອງ 2 ແຂວງພົບປະແລກປ່ຽນ, ສົ່ງເສີມການຄ້າລົງທຶນເປັນລະອຽດເທື່ອລະກ້າວ, ສ້າງປະຖົມປັດໄຈສຳຄັນໃຫ້ແກ່ການຮ່ວມມືລົງທຶນໃນຊຸມປີຕໍ່ໄປ. 2 ແຂວງກໍ່ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະຫຼາຍຄັ້ງ.