ດ່າ​ໜັງ ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ໂດຍ​ພື້ນ​ຖານ

(VOVWORLD) -ດ່າໜັງ ສະກັດກັ້ນໄດ້ແຫຼ່ງແຜ່ເຊື້ອ ແລະ ຄວບຄຸມໄດ້ໂລກລະບາດແລ້ວ. ໄປຄຽງຄູ່ກັນນັ້ນ, ບັນດາກໍລະນີຕິດເຊື້ອໃໝ່ໃນເຂດຈຳກັດບໍລິເວນກໍຖືກປິດລ້ອມແລ້ວ, ບັນດາກໍລະນີຕິດເຊື້ອໃນຊຸມຊົນໃນຊຸມວັນຜ່ານມາ ແມ່ນໄດ້ຫຼຸດລົງ.
ດ່າ​ໜັງ ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ໂດຍ​ພື້ນ​ຖານ - ảnh 1(ພາບປະກອບ: TTXVN)

  ຕອນບ່າຍວັນທີ 3 ກັນຍາ, ໃນກອງປະຊຸມຄະນະຊີ້ນຳວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ນະຄອນ ດ່າໜັງ, ທ່ານ ຫງວຽນວັນກວ໋າງ ເລຂາຄະນະພັກນະຄອນ ດ່າໜັງ ໃຫ້ຮູ້ວ່າ ໃນໄລຍະປະຕິບັດການຈຳກັດບໍລິເວນມາເປັນເວລາ 20 ວັນ, ດ່າໜັງ ສະກັດກັ້ນໄດ້ແຫຼ່ງແຜ່ເຊື້ອ ແລະ ຄວບຄຸມໄດ້ໂລກລະບາດແລ້ວ. ໄປຄຽງຄູ່ກັນນັ້ນ, ບັນດາກໍລະນີຕິດເຊື້ອໃໝ່ໃນເຂດຈຳກັດບໍລິເວນກໍຖືກປິດລ້ອມແລ້ວ, ບັນດາກໍລະນີຕິດເຊື້ອໃນຊຸມຊົນໃນຊຸມວັນຜ່ານມາ ແມ່ນໄດ້ຫຼຸດລົງ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ດ່າໜັງ ຕີລາຄາລະດັບຄວາມສ່ຽງໄດ້ຢ່າງຖືກຕ້ອງ ແລະ ເປັນເຈົ້າການໃນການຄວບຄຸມລະດັບການເພີ່ມຂຶ້ນຂອງກໍລະນີຕິດເຊື້ອ. ນອກຈາກນັ້ນ, ກຳລັງຄວາມສາມາດດ້ານສາທາລະນະສຸກຂອງ ນະຄອນ ກໍມີຄວາມເປັນເຈົ້າການໃນການປະຕິບັດການແຍກຫ່າງລວມໝູ່ ແລະ ປິ່ນປົວ, ຈຳນວນຜູ້ເສຍຊີວິດກວມເອົາອັດຕາສ່ວນຕ່ຳສຸດ.


 

ຕອບກັບ

ຂ່າວ/ບົດ​ອື່ນ