ຕຳຫຼວດ ລັດເຊຍ ຢືນຢັນເຫດລົດເມຕ່ຳຄົນຍ່າງບໍ່ກ່ຽວຂ້ອງເຖິງພວກກໍ່ການຮ້າຍ

(VOVWORLD) - ຕາມການສືບສວນໃນເບື້ອງຕົ້ນແລ້ວ, ສາເຫດອາດຈະແມ່ນຍ້ອນດ້ານເຕັກນິກຂອງລົດເມ ຫຼື ຜູ້ຂັບລົດຄວບຄຸມລົດບໍ່ໄດ້. ປະຈຸບັນ, ຕຳຫຼວດພວມດຳເນີນການສືບສວນສອບສວນຂັບລົດ.
ຕຳຫຼວດ ລັດເຊຍ ຢືນຢັນເຫດລົດເມຕ່ຳຄົນຍ່າງບໍ່ກ່ຽວຂ້ອງເຖິງພວກກໍ່ການຮ້າຍ - ảnh 1ສະຖານທີ່ເກີດເຫດ

ຕຳຫຼວດ ລັດເຊຍ ໄດ້ຢືນຢັນເຫດລົດເມແລ່ນເຂົ້າເຂດທາງຍ່າງຢູ່ເຂດທາງທິດຕາເວັນຕົກນະຄອນຫຼວງ ມົດສະກູ ໃນວັນທີ 25 ທັນວາ, ເຮັດໃຫ້ຢ່າງໜ້ອຍສຸດ 4 ຄົນເສຍຊີວິດ ແລະ 11 ຄົນຖືກຮັບບາດເຈັບແມ່ນບໍ່ກ່ຽວຂ້ອງເຖິງພວກກໍ່ການຮ້າຍ. ຜູ້ປະສົບເຄາະຮ້າຍທັງໝົດລ້ວນແຕ່ແມ່ນຄົນພວມຍ່າງ. ຕາມການສືບສວນໃນເບື້ອງຕົ້ນແລ້ວ, ສາເຫດອາດຈະແມ່ນຍ້ອນດ້ານເຕັກນິກຂອງລົດເມ ຫຼື ຜູ້ຂັບລົດຄວບຄຸມລົດບໍ່ໄດ້. ປະຈຸບັນ, ຕຳຫຼວດພວມດຳເນີນການສືບສວນສອບສວນຂັບລົດ.

        ໃນຂະນະນັ້ນ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ສະຖານທີ່ເກີດເຫດ, ທ່ານ Sergei Sobyanin, ເຈົ້າຄອງນະຄອນຫຼວງ ມົດສະກູ ໃຫ້ຮູ້ວ່າ: ທ່ານໄດ້ອອກຄຳສັ່ງໃຫ້ບັນດາອົງການເຈົ້າໜ້າທີ່ດຳເນີນການກວດກາລົດເມທັງໝົດຢູ່ພາຍໃນນະຄອນ. ຄະນະກຳມະການສືບສວນສະຫະພັນລັດເຊຍ ໄດ້ຕັດສິນໃຈຮ້ອງຟ້ອງທາງອາຍາສຳລັບເຫດການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ