ທ່ານລັດຖະມົນຕີວ່າການ ຫງວຽນບັກຊອນ
ຖະຫວາຍທູບທຽນອາໄລຫານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ
(ພາບ: infonet.vn)
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນມູນເຊື້ອຂະແໜງໄປສະນີຫວຽດນາມ (15/8/1945-15/8/2015). ຕອນເຊົ້າວັນທີ 9/8, ຢູູ່ສຸສານນັກຮົບເສຍສະຫຼະຊີວິດຂະແໜງໄປສະນີຫວຽດນາມ (ຕາແສງແທກໄຕ, ເມືອງເຕິນບຽນ, ແຂວງໄຕນິງ), ຄະນະຜູ້ແທນກະຊວງຖະແຫຼງຂ່າວ ແລະ ສື່ສານ ໂດຍທ່ານລັດຖະມົນຕີວ່າການ ຫງວຽນບັກຊອນ ນຳໜ້າ, ໄດ້ມາໄຫວ້ອາໄລ, ຖະຫວາຍທູບທຽນອາໄລຫານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດເກືອບ 300 ຄົນຂອງຂະແໜງໄປສະນີ, ເຊິ່ງໄດ້ເສຍສະຫຼະຊີວິດຢູ່ສະໜາບຮົບທາງທິດຕາເວັນຕົກພາກໃຕ້ ແລະ ກຳປູເຈຍ ໃນສະໄໝຕ້ານອາເມລິກາກູ້ຊາດ. ກ່າວຄວາມເຫັນທີ່ພິທີຖະຫວາຍທູບທຽນ, ທ່ານລັດຖະມົນຕີວ່າການ ຫງວຽນບັກຊອນ ເນັ້ນໜັກວ່າ, ໃນສົງຄາມສອງຄັ້ງເພື່ອຍາດເອົາເອກະລາດ, ເອກະພາບໃຫ້ປະເທດຊາດ, ມີພະນັກງານ, ພາລະກອນຂະແໜງໄປສະນີນັບໝືນຄົນ ໄດ້ຕໍ່ສູ້ ແລະ ເສຍສະຫຼະຊີວິດຢ່າງພິລະອາດຫານ, ເພື່ອຮັບປະກັນໃຫ້ການຕິດຕໍ່ພົວພັນໃນທົ່ວປະເທດທະລຸລ່ວງ. ການເສຍສະຫຼະຂອງບັນດາພະນັກງານ, ພາລະກອນຂະແໜງໄປສະນີ ໄດ້ຮັບການຮັບຮູ້ຈາກພັກ: ລັດ ແລະ ຂະແໜງການຕ່າງໆ.