“ຖ້ຽວບິນ startup” ສ້າງຈິດໃຈນະວັດຕະກຳລວມ ຫວຽດນາມ - ອິນເດຍ
(VOVWORLD) - ຂໍ້ລິເລີ່ມມຸ່ງໄປເຖິງສວນເພາະກ້າຄວາມສາມາດບົ່ມຊ້ອນ, ຊຸກຍູ້ມາດຕະການປະດິດຄິດສ້າງໃນ 4 ຂົງເຂດໃຫ້ບຸລິມະສິດ, ລວມມີ: ຊອບແວ ແລະ ຂໍ້ມູນ/AI, ການຄ້າເອເລັກໂຕນິກ ແລະ ຂາຍຍ່ອຍ, ເຕັກໂນໂລຊີການສຶກສາ, ຄົມມະນາຄົມສົນສົ່ງ ແລະ Logistics.
ວັນທີ 11 ພະຈິກ, ຖ້ຽວບິນ startup – StartupFlight, ເຊິ່ງເປັນຂໍ້ລິເລີ່ມໂດຍສູນ startup ແຫ່ງຊາດ ຫວຽດນາມ, ສວນເພາະກ້ານະວັດຕະກຳ Amitry (ອິນເດຍ) ແລະ ບໍລິສັດການບິນ Vietjet ປຸກລະດົມ ໄດ້ເລີ່ມຕົ້ນຢ່າງເປັນທາງການ. ລາຍການເພື່ອແນໃສ່ເຊື່ອມຕໍ່ລະບົບນະວັດຕະກຳລະຫວ່າງ ຫວຽດນາມ ແລະ ອິນເດຍ.
ຂໍ້ລິເລີ່ມມຸ່ງໄປເຖິງສວນເພາະກ້າຄວາມສາມາດບົ່ມຊ້ອນ, ຊຸກຍູ້ມາດຕະການປະດິດຄິດສ້າງໃນ 4 ຂົງເຂດໃຫ້ບຸລິມະສິດ, ລວມມີ: ຊອບແວ ແລະ ຂໍ້ມູນ/AI, ການຄ້າເອເລັກໂຕນິກ ແລະ ຂາຍຍ່ອຍ, ເຕັກໂນໂລຊີການສຶກສາ, ຄົມມະນາຄົມສົນສົ່ງ ແລະ Logistics.
ທ່ານ ຈູກວາງຖາຍ, ປະທານສະພາກໍ່ຕັ້ງເຄືອຂ່າຍສະຫະພັນບັນດາປະເທດ startup, ໃຫ້ຮູ້ວ່າ:
“ພວກເຮົາຮູ້ວ່າ ຕະຫຼາດ ອິນເດຍ ມີປະຊາກອນຫຼາຍກວ່າໝູ່ໃນໂລກ. ການມີໜ້າຂອງບັນດາ startup ອິນເດຍ ຈະເປີດພາກໃໝ່. ນັ້ນແມ່ນພວກເຮົາຈະຂຸດຄົ້ນ, ພັດທະນາຕະຫຼາດ ອິນເດຍ ຢູ່ ອິນເດຍ ແລະ ຂຸດຄົ້ນຕະຫຼາດ ອິນເດຍ ຢູ່ ຫວຽດນາມ. ຂ້າພະເຈົ້າຄິດວ່າ ໃນຮອບເວລາປະມານ 6 ເດືອນ ພວກເຮົາຈະເຫັນບັນດາໂຄງການທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງປະກົດຂຶ້ນ”.