ທົ່ວປວງຊົນສາມັກຄີຜ່ານຜ່າຄວາມຫຍຸ້ງຍາກ,ສ້າງສາປະເທດຊາດໃຫ້ນັບມື້ນັບພັດທະນາ

ທົ່ວປວງຊົນສາມັກຄີຜ່ານຜ່າຄວາມຫຍຸ້ງຍາກ,ສ້າງສາປະເທດຊາດໃຫ້ນັບມື້ນັບພັດທະນາ - ảnh 1
ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ​ເຂົ້າ​ຮ່ວມ​ວັນ​ບຸນ

(vovworld) - ຕອນ​ເຊົ້າ, ວັນ​ທີ 4/11, ຢູ່​ບ້ານ​ອານ​ທ໋າຍ, ຕາ​ແສງ​ອານ​ມີ໋, ເມືອງ​ບິ່ງ​ລຸກ, ແຂວງ​ຮ່າ​ນາມ, ໄດ້​ດຳ​ເນີນ​ວັນ​ບຸນ​ສາ​ມັກ​ຄີ​ປວງ​ຊົນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ປະ​ທານ​ປະ​ເທດ​ ເຈືອງ​ເຕີ້ນ​ຊາງ ຢັ້ງ​ຢືນ​ວ່າ: ​“ວັນ​ບຸນ​ສາ​ມັກ​ຄີ​​​ທົ່ວປວງ​ຊົນ​ຢູ່​ເຂດຊຸມ​ຊົນ” ໄດ້​ເປັນ​ເວ​ທີ​ປາ​ໄສ​ປະ​ຊາ​ທິ​ປະ​ໄຕ, ເປັນ​ບ່ອນ​ເຕົ້າ​ໂຮມ​ກຳ​ລັງ​ແຮງ​ຂອງ​ແຕ່​ລະ​​ຄົນ, ແຕ່​ລະ​ຄອບ​ຄົວ​ໃນເຂດ​ຊຸມ​ຊົນ​ຢ່າງ​ແທ້​ຈິງ. ທ່ານ​ປະ​ທານ​ປະ​ເທດ​ຖື​ວ່າ: ກິດ​ຈະ​ການ​ປ່ຽນ​ໃໝ່​ປະ​ເທດ​ຊາດ​ ບັນ​ລຸ​ໄດ້​​ຜົນ​ງານ​ອັນ​ໃຫຍ່​ຫຼວງຫຼາຍ​ຢ່າງ, ແຕ່​ປະ​ເທດ​ກຳ​ລັງ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ຢ່າງ​ຮ້າຍ​ແຮງ​ຄື: ເສດ​ຖະ​ກິດ​ໂລກ ແລະ ພາຍ​ໃນ​ປະ​ເທດ​ຊຸດ​ໂຊມ, ບັນ​ຫາ​ສິ່ງ​ແວດ​ລ້ອມ, ໄພ​ສັງ​ຄົມ, ການ​ສໍ້ລາດ​ບັງຫຼວງ, ການ​ຟຸມ​ເຟືອຍ... ດ້ວຍ​ເຫດນັ້ນ, ຮຽກ​ຮ້ອງ​ໃຫ້​ທົ່ວ​ປວງ​ຊົນຕ້ອງ​​ເສີມ​ຂະ​ຫຍາຍ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້, ສາ​ມັກ​ຄີ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ສ້າງ​ສາ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ:

        “ ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ແນວ​ໂຮມ​ປະ​ເທດ​ຊາດ​ບັນ​ດາ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ ແລະ ແນ​ວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ສືບ​ຕໍ່​ຍູ້​ແຮງ​ການ​ປ່ຽນ​ໃໝ່​ເນື້ອ​ໃນ, ວິ​ທີ​ການ​ເຄື່ອນ​ໄຫວ; ຍູ້​ແຮງ​ບັນ​ດາບັ້ນ​ຂົນ​ຂວາຍ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ. ຜ່ານບັ້ນ​ຂົນ​ຂວາຍ “ທົ່ວ​ປວງ​ຊົນ​ສາ​ມັກ​ຄີ​ສ້າງ​ຊີ​ວິດ​ວັດ​ທະ​ນະ​ທຳ​ຢູ່​ເຂດ​ຊຸມ​ຊົນ” ສືບ​ຕໍ່​ພັດ​ທະ​ນາບັນ​ດາ​ຮູບ​ແບບ​ປະ​ຊາ​ຊົນ​ຄຸ້ມ​ຄອງ​ເອງ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ຕົວ​ເມືອງ​ສີ​ວິ​ໄລ. ແນວ​ໂຮມ​ປະ​ເທດ​ຊາດ ຫ​ວຽດ​ນາມ ຕ້ອງ​ແມ່ນ​ອົງ​ການ​ຮັບ​ຟັງ ແລະ ເຕົ້າ​ໂຮມ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ ເພື່ອ​ສ່ອງ​ແສງ​ເຖິງ​ບັນ​ດາ​ອົງ​ການ​ຂອງ​ພັກ ແລະ ລັດ, ສົມ​ທົບ​ກັບ​ອຳ​ນາດ​ການ​ປົກ​ຄອງ ແລະ ​ບັນ​ດາ​ອົງ​ການ​ສະ​ມາ​ຊິກ ປະ​ຕິ​ບັດ​ວຽກ​ງານ​ຕິດ​ຕາມກວດ​ກາ, ໄຈ້​ແຍກ​ຕີ​ລາ​ຄາ​​ໃຫ້ມີ​ປະ​ສິດ​ທິ​ຜົນ​ສູງ. ເສີມ​ຂະ​ຫຍາຍ​ບົດ​ບາດ, ລັກ​ສະ​ນະ​ເປັນ​ເຈົ້າ​ການ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ບັນ​ດາ​ອົງ​ການ​ສະ​ມາ​ຊິກ​ໃນ​ການ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ, ບັນ​ດາ​ການ​ເຄື່ອນ​ໄຫວ ແລະ ຂະ​ບວນ​ການ​ແຂ່ງ​ຂັນ, ສືບ​ຕໍ່​ເອົາ​ໃຈ​ໃສ່​​ເຖິງ​ແກ່​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ ແລະ ພະ​ນັກ​ງານ​ແນວ​ໂຮມ​ຂັ້ນ​ເມືອງ, ຕາ​ແສງ ແລະ ເຂດ​ຊຸມ​ຊົນ.”


ຂ່າວ/ບົດ​ອື່ນ