ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດດ້ວຍຄວາມຮັບຜິດຊອບ ແລະ ຄວາມຕັດສິນໃຈສູງສຸດ

ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດດ້ວຍຄວາມຮັບຜິດຊອບ ແລະ ຄວາມຕັດສິນໃຈສູງສຸດ - ảnh 1
ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍອີນ​ເຕີ​ແນັດກ່ຽວກັບວຽກງານ
​ທ້ອນໂຮມ​ອັດຖິທະຫານ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ
(ພາບ: dantri.com.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 20/12, ຄະນະ​ຊີ້​ນຳ​ແຫ່ງ​ຊາດກ່ຽວ​ກັບ​ການ​ຊອກ​ຫາ, ທ້ອນໂຮມ​ອັດຖິທະຫານ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແຕ່​ນີ້​ຮອດ​ປີ 2020 ​ແລະ ​ໃນ​ຊຸມ​ປີ​ຕໍ່ໆ​ໄປ (​ເອີ້ນ​ວ່າ ຄະນະ​ຊີ້​ນຳ 1237) ​ໄດ້​ຈັດກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍອີນ​ເຕີ​ແນັດ​ທົ່ວ​ປະ​ເທດ​ເພື່ອຊາບ​ຊືມ, ຜັນ​ຂະຫຍາຍ​ຄຳ​ຊັ່ງ​ຂອງ​ກົມ​ການ​ເມືອງ, ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີ ​ແລະ ບັນດາ​​ເອກະສານ, ຂໍ້​ກຳນົດ, ​ແນ​ະນຳ​ກ່ຽວ​ກັບ​ວຽກ​ງານ​ຊອກ​ຫາ, ​ທ້ອນ​ໂຮມ​ອັດຖິທະຫານ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແຕ່​ນີ້​ຮອດ​ປີ 2020 ​ແລະ ​ໃນຊຸມ​ປີ​ຕໍ່ໆ​ໄປ. ກ່າວ​ຄ​ຳ​ເຫັນ​ທີ່​ກອງ​ປະຊຸມ, ທ່າ​ນຮອງ​ນາຍົກລັດຖະມົນຕີ ຫວູດຶກດາມ ຢືນຢັນ​ວ່າ ​ເລື່ອງ​ຊອກ​ຫາ​ທ້ອນ​ໂຮມຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ຍັງ​ມີ​ອັດຖິທະຫານ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດທີ່​ບໍ່​ທັນ​ທ້ອນໂຮມ​ໄດ້. ສະ​ນັ້ນ, ຕ້ອງ​ຊາບຊືມ, ​ເປັນ​ເອກະ​ພາບກ່ຽວ​ກັບສະຕິ​ຮັບ​ຮູ້ ​ເພື່ອ​ຕັດສິນ​ໃຈ​ເຄື່ອນ​ໄຫວ ​ແນ​ໃສ່​ບັນລຸ​ໄດ້ໝາກຜົນ​ສູງ​ໃນ​ວຽກ​ງານ​ຊອກ​ຫາ, ທ້ອນໂຮມ. ​ຕາມ​ນັ້ນ​ແລ້ວ, ວຽກ​ງານ​ຊອກ​ຫາ, ​ທ້ອນ​ໂຮມ ຕ້ອງ​ໄດ້​ຮັບ​ການປະຕິບັດ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ ​ແລະ ຄວາມຕັດສິນ​ໃຈ​ສູງ​ສຸດ, ຮັບປະກັນ​ລັກສະນະ​ວິທະຍາສາດ, ​ແໜ້ນ​​ແຟ້ນກວ່າ ​ແລະ ​ເປັນ​ທາງ​ການ​ກວ່າ.

ຂ່າວ/ບົດ​ອື່ນ