ທະນາຄານໂລກສືບຕໍ່ຕັ້ງໜ້າສະໜັບສະໜູນຫວຽດນາມນັບທັງໃຫ້ຄຳປຶກສານະໂຍບາຍແລະການໜູນຊ່ວຍແຫຼ່ງຊັບພະຍາກອນມະນຸດ

ທະນາຄານໂລກສືບຕໍ່ຕັ້ງໜ້າສະໜັບສະໜູນຫວຽດນາມນັບທັງໃຫ້ຄຳປຶກສານະໂຍບາຍແລະການໜູນຊ່ວຍແຫຼ່ງຊັບພະຍາກອນມະນຸດ - ảnh 1
ທ່ານນາງ Victoria Kwakwa​ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫວຽດ​ນາມ ຫງວຽນ​ຟູ໋​ຈອງ
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld)- ​ຕອນ​ບ່າຍ ວັນ​ທີ 30/6, ທີ່​ການ​ຕ້ອນ​ຮັບ ​ທ່ານນາງ Victoria Kwakwa​ ຮອງ​ປະ​ທານ​ທະ​ນາ​ຄານ​ໂລກ ເນື​່ອງ​ໃນ​ໂອ​ກາດເຂົ້າ​ຢ້ຽມ​ອຳລາ​ສີ້ນ​ສຸດ​ ອາ​ຍຸ​ການ​ປະ​ຕິ​ບັດ​ໜ້າ​ທີ່ ​ຢູ່​ຫວຽດ​ນາມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫວຽດ​ນາມ ຫງວຽນ​ຟູ໋​ຈອງ ສະ​ເໜ​ີ​ວ່າ ທະ​ນາ​ຄານ​ໂລກ ສືບຕໍ່ຕັ້ງ​ໜາ້​ສະ​ໜັບ​ສະ​ໜູນ​ ຫວຽດ​ນາມ ​ນັບ​ທັງ​ໃຫ້​ຄຳ​ປຶກ​ສາ​ດ້ານ​ນະ​ໂຍ​ບາຍ ແລະ ໜູນ​ຊ່ວຍ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ເພື່ອຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ ກິດ​ສັງ​ຄົມ. ສະ​ແດງ​ຄວາມ​ພາກ​ພູມ​ໃຈ​ຕໍ່​ການ​ພັດ​ທະ​ນາ​ຮອບ​ດ້ານ​ແທດ​ຈິງ ຂອງ​ການ​ພົວ​ພ​ັ​ນ​ຮ່​ວມ​ມື ລະ​ຫວ່າງ ຫວຽດ​ນາມ-ທະ​ນາ​ຄານ​ໂລກ. ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ຫງວຽນ​ຟູ໋​ຈອງ ຢືນ​ຢັນ​ວ່າ: ຫວຽດ​ນາມ ​ຢຽມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ການ​ນຳ​ໃຊ້​ແຫຼ່ງ​ທຶນ​ກູ້​ຢືມ ຂອງ​ປະ​ຊາ​ກົມ​ສາ​ກົນເວົ້າ​ລວມ ແລະ ທະ​ນາ​ຄານ​ໂລກ​ເວົ້າ​ສະ​ເພາະ ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ໃຫ້​ແກ່​ພາ​ລະ​ກິດ ​ລົບ​ລ້າງ​ຄວາມ​ອຶດ​ຫີວ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທ​ດ​ຊາດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ໃນ​ຖາ​ນະ​ຕຳ​ແໜ່ງ​ໃໝ່ ທ່ານ ນາງ Victoria Kwakwa​ ຈະສືບ​ຕໍ່​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ ໃຫ້​ຍຸດ​ທະ​ສາດ​ພັດ​ທະ​ນາ​​ແຫ່ງ​ຊາດ ຂອງ​ບັນ​ດ​ປະ​ເທດ​ໃນ​ພາກ​ພື້ນ ໃນ​ນັ້ນ​ມີ​ຫວຽດ​ນາມ ກໍ່​ຄື​ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ ລະ​ຫວ່າງ ຫວຽດນາມ ແ​ລະ ​ທະ​ນາ​ຄານ​ໂລກ.

ສ່ວນ ທ່ານ ນາງ Victoria Kwakwa​ ຢືນ​ຢັນ​ວ່າ: ທ່ານຢາມ​ໃດ​ກໍ່​ເຄົບ​ລົບ​ນັບ​ຖື ແລະ ​ສະ​ແດງ​ຄວາມ​ຮູ້ບຸນ​ຄຸນ ການ​ສະ​ໜັບ​ສະ​ໜູນ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ກໍ່​ຄື​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ສຳ​ລັບ​ບັນ​ດາ​ໂຄງກ​ານ​ຂອງ​ທະ​ນາ​ຄານ​ໂລກ​ຢູ່​ຫວຽດ​ນາມ.

 


ຂ່າວ/ບົດ​ອື່ນ