( vovworld ) – ເວທີປາໄສ “ ຈາກການລ່າສັດໃນປ່າເຂດຮ້ອນເຖິງກົນໄກການຕະຫຼາດທົ່ວໂລກ: ບັນດາເຜົ່າສ່ວນໜ້ອຍດຳລົງຊີວິດຢູ່ A Luoi ”, ຫາກໍຈັດຂຶ້ນຢູ່ຟລັ່ງ, ພາຍໃຕ້ການເປັນປະທານຂອງທ່ານ Jacque Maitre, ອະດີດຜູ້ອຳນວຍການກ່ຽວກັບການຄົ້ນຄວ້າຢູ່ສູນຄົ້ນຄວ້າວິທະຍາສາດແຫ່ງຊາດຟລັ່ງ. ທີ່ເວທີປາໄສ, ທ່ານ Jacque Maitre ຊີ້ແຈ້ງບັນດາຜົນສະທ້ອນທີ່ຮ້າຍແຮງຈາກທາດພິດສີສົ້ມ Dioxin ບໍ່ພຽງແຕ່ສຳລັບສຸຂະພາບຂອງມະນຸດເທົ່ານັ້ນ ຫາກຍັງເຮັດໃຫ້ລຸ້ນຕໍ່ໆໄປຖຶກພິການມາແຕ່ເກີດອີກດ້ວຍ. ການຄົ້ນຄວ້າຊີ້ແຈ້ງວ່າ ມາຮອດປະຈຸບັນຍັງມີຫຼາຍຄົນບໍ່ທັນຮູ້ເຖິງທາດພິດຂ້າຫຍ້າ ທຳລາຍປ່າເຂດຮ້ອນ ເຊິ່ງທະຫານອາເມລິກາ ນຳໃຊ້ໃນປາງສົງຄາມຢູ່ເຂດພາກກາງຫວຽດນາມ. ທ່ານ Jacque Maitre ແນະນຳໃຫ້ເພື່ອນມິດຟລັ່ງ ກ່ຽວກັບເງື່ອນໄຂດຳລົງຊີວິດ, ຮີດຄອງປະເພນີ ແລະ ຄວາມລື້ງເຄີຍຂອງບາງເຜົ່າຢູ່ຮ່ອມພູ A Luoi, ເພື່ອເຮັດໃຫ້ເຖິງເພື່ອນມິດຟລັ່ງ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບແຕ່ລະເຂດດິນຢູ່ຫວຽດນາມ.