ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນຢ້ຽມຢາມໂຮນລັງຢ່າງເປັນທາງການ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາຕ່ຳແຫ່ງລາຊະອານາຈັກໂຮນລັງ Khadija Arib, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໂດຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ນຳໜ້າ ຈະໄປຢ້ຽມຢາມປະເທດລາຊະອານາຈັກໂຮນລັງ ຢ່າງເປັນທາງການ ໃນລະຫວ່າງວັນທີ 26 – 28 ມີນາ.

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນຢ້ຽມຢາມໂຮນລັງຢ່າງເປັນທາງການ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ

(ພາບປະກອບ: daibieunhandan.vn)

ນີ້ແມ່ນຄັ້ງທຳອິດທີ່ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຢ້ຽມຢາມໂຮນລັງ ຢ່າງເປັນທາງການ. ການຢ້ຽມຢາມມີຄວາມໝາຍສຳຄັນຍິ່ງ, ແນໃສ່ຊຸກຍູ້, ປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານກັບໂຮນລັງ ຫຼາຍກວ່າອີກ ໃນສະພາບທີ່ 2 ປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 - 2018). ການຢ້ຽມຢາມໄດ້ເປັນຂີດໝາຍໃໝ່ໃນສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາໂຮນລັງ.

ຕອບກັບ

ຂ່າວ/ບົດ​ອື່ນ