ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ເດີນທາງຢ້ຽມຢາມ ສິງກະໂປ ແລະ ອົດສະຕາລີ

(VOVWORLD) - ຕອນເຊົ້າວັນທີ 26 ພະຈິກ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ນຳໜ້າໄດ້ອອກຈາກ ຮ່າໂນ້ຍ

ເລີ່ມຕົ້ນການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການຕາມຄຳເຊີນຂອງສະພາແຫ່ງຊາດ ສິງກະໂປ; ສະພາແຫ່ງຊາດ ແລະ ລັດຖະບານ ອົດສະຕາລີ.

        ການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການແຕ່ວັນທີ 26 – 28 ພະຈິກ ຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ສິງກະໂປ ເລິກເຊິ່ງກ່ວາອີກ; ມຸ່ງໄປເຖິງການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2018; ຊຸກຍູ້ການຮ່ວມມື 2 ຝ່າຍລະຫວ່າງ ຫວຽດນາມ ແລະ ສິງກະໂປ ໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ເປັນຕົ້ນແມ່ນເສດຖະກິດ - ການຄ້າ, ການຮ່ວມມືພັດທະນາ, ກະສິກຳ, ການສຶກສາ, ການທ່ອງທ່ຽວ, ວັດທະນະທຳ ແລະ ພົບປະແລກປ່ຽນປະຊາຊົນ; ຊຸກຍູ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ.

        ພາຍຫລັງການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການແຕ່ວັນທີ 29/11 – 02/12.

ຕອບກັບ

ຂ່າວ/ບົດ​ອື່ນ