ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ຈະເດີນທາງໄປຢ້ຽມຢາມ ສິງກະໂປ ແລະ ຫວຽດນາມ
(VOVWORLD) -ຖັດຈາກນັ້ນ, ທ່ານນາງ Kamala Harris ຈະໄປຢ້ຽມຢາມ ຫວຽດນາມ. ບັນດາຫົວຂໍທີ່ຈະປຶກສາຫາລືໃນການຢ້ຽມຢາມຂອງທ່ານນາງ Kamala Harris ແມ່ນບັນດາບັນຫາດ້ານສາທາລະນະສຸກທົ່ວໂລກ, ການພົວພັນຄູ່ຮ່ວມມືເສດຖະກິດ ແລະ ຄວາມໝັ້ນຄົງ ພ້ອມກັບບັນດາບັນຫາໃນພາກພື້ນ.
ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris (ພາບ: AFP/TTXVN) |
ວັນທີ 20 ສິງຫາ (ຕາມເວລາ ວໍຊິງຕັນ), ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ໄດ້ເດີນທາງໄປຢ້ຽມຢາມ ສິງກະໂປ ແລະ ຫວຽດນາມ. ທ່ານນາງຮອງປະທານາທິບໍດີ Kamala Harris ຈະຢ້ຽມຢາມ ສິງປະໂປ ໃນເວລາ 3 ວັນ ນັບແຕ່ວັນທີ 22 ສິງຫາ, ໃນນັ້ນຄາດວ່າ ຈະມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ໃນວັນທີ 23 ສິງຫາ ແລະ ມີບົດກ່າວປາໄສໃນວັນທີ 24 ສິງຫາ ດ້ວຍເນື້ອໃນແມ່ນເນັ້ນໜັກເຖິງຄວາມສຳຄັນຂອງບັນດາການພົວພັນຄູ່ຮ່ວມມື ແລະ ບັນດາຂົງເຂດຮ່ວມມືຕ້ອງການຊຸກຍູ້.