ທ່ານນາງ ຕ່ອງທິຟ່ອງ ຕ້ອນຮັບປະທານພັນທະມິດ ສສຊ ມິດຕະພາບຍີ່ປູ່ນ - ຫວຽດນາມ

ທ່ານນາງ ຕ່ອງທິຟ່ອງ ຕ້ອນຮັບປະທານພັນທະມິດ ສສຊ ມິດຕະພາບຍີ່ປູ່ນ - ຫວຽດນາມ - ảnh 1

ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ່ອງ ຕ້ອນຮັບ​ປະທານ​ພັນທະ​ມິດ ສສຊ ມິດຕະພາບ
​ຍີ່​ປູ່​ນ - ຫວຽດນາມ

(ພາບ:cpv.org.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 19/3, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ່ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ປະທານພັນທະ​ມິດ​ສະມາຊິກ​ສະພາ​ແຫ່ງ​ຊາດ ຍີ່​ປູ່​ນ - ຫວຽດນາມ Yukio Hatoyama ທີ່ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ຕ່ອງ​ທິຟ່ອງ ​ໄດ້​ຂອບ​ອົກ​ຂອບ​ໃຈ​ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ​ຍີ່​ປູ່​ນ​ ສືບ​ຕໍ່​ສະຫງວນ​ແຫຼ່ງ​ທຶນ​ໜູນ​ຊ່ວຍ​ພັດທະນາ​ຢ່າງ​ເປັນ​ທາງ​ການ (ຫຼື ODA) ​ໃຫ້​ຫວຽດນາມ​ໃນ​ໄລຍະ​ຜ່ານ​ມາດ້ວຍລະດັບ​ສູງ. ບ້ວງ​ເງິນ​ໜູນ​ຊ່ວຍ​ນີ້​ສວມ​ບົດບາດ​ອັນ​ໃຫຍ່​ຫຼວງ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ - ສັງຄົມ, ລົບ​ລ້າງ​ຄວາມ​ອຶດຫິວ - ຫຼຸດ​ຜ່ອນ​ຄວາມທຸກ​ຍາກ​ຢູ່​ຫວຽດນາມ. ທ່ານ​ນາ​ງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ່ອງ ຫວັງ​ວ່າ: ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ ​ແລະ ບັນດາ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ ກໍ​ຄື​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ 2 ປະ​ເທດ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ່ອງ ສະ​ເໜີ​ໃຫ້ 2 ຝ່າ​ຍ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ​ທາງ​ການ​ທູດ​ລະຫວ່າງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ, ພ້ອມ​ທັງປາດ​ຖະໜາ​ວ່າ: ວິ​ສາ​ຫະກິດ​ ຍີ່​ປູ່​ນ ລົງທຶນ​ເຂົ້າ​ຫວຽດນາມ ຫຼາຍ​ກ່ວາ​ອີກ, ​ໂດຍ​ສະ​ເພາະ​​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ເຊິ່ງຫວຽດນາມ ພວມ​ມີ​ຄວາມ​ຕ້ອງການ​ຄື: ພະລັງງານ, ຄົມມະນາຄົມ, ສິ່ງ​ແວດ​ລ້ອມ, ສາທາລະນະ​ສຸກ, ການ​ສຶກສາ.​​..​

ຂ່າວ/ບົດ​ອື່ນ