ທ່ານນາຍົກລັດຖະມົນຕີຈະເປັນປະທານກອງປະຊຸມ ລະຫວ່າງ ນາຍົກລັດຖະມົນຕີກັບວິສາຫະກິດ
(VOVWORLD) -ຕອນເຊົ້າວັນທີ 6 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໄດ້ເປັນປະທານກອງປະຊຸມກັບການນຳບັນດາກະຊວງ, ຂະແໜງການເພື່ອກະກຽມໃຫ້ແກ່ກອງປະຊຸມຂອງນາຍົກລັດຖະມົນຕີ ກັບວິສາຫະກິດເພື່ອແນໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ຊຸກຍູ້ການຜະລິດດຳເນີນທຸລະກິດ, ເລີ່ມດຳເນີນການເຄື່ອນໄຫວເສດຖະກິດຄືນໃໝ່.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ (ພາບ: VGP) |
ກອງປະຊຸມຄາດວ່າຈະໄດ້ຮັບການຈັດຕັ້ງໃນວັນທີ 19 ພຶດສະພາຕາມຮູບການທາງອອນລາຍ, ໂດຍມີການເຂົ້າຮ່ວມຂອງນັກທຸລະກິດ 900.000 ຄົນ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າກອງປະຊຸມແມ່ນກາລະໂອກາດເພື່ອຍົກອອກບັນດາມາດຕະການໜູນຊ່ວຍວິສາຫະກິດຊຸກຍູ້ການຜະລິດດຳເນີນທຸລະກິດ, ສົ່ງອອກ, ທ່ານກ່າວວ່າ:
“ຂ້າພະເຈົ້າສະເໜີວ່າ ເຖິງວ່າປະສົບຄວາມຫຍຸງຍາກກໍ່ຕາມ ບັນດາກະຊວງກໍ່ຕ້ອງປະຕິບັດ, ບັນດາທ້ອງຖິ່ນຕ້ອງແກ້ໄຂໂດຍກົງໃຫ້ແກ່ວິສາຫະກິດ. ເນື້ອໃນຈິດໃຈປະຕິຮູບປ່ຽນແປງໃໝ່, ຊຸກຍູ້ການພັດທະນາໃນເວລາປະສົບກັບຄວາມຫຍຸ້ງຍາກ. ມີເນື້ອໃນຈິດໃຈກ້າຄິດ, ກ້າທຳ, ມີຄວາມຮັບຜິດຊອບ, ຈິດໃຈປ່ຽນແປງໃໝ່, ປັບປຸງໂຄງປະກອບໃນການພັດທະນາ. ມີເນື້ອໃນຈິດໃຈທີ່ອີງໃສ່ຕະຫຼາດທີ່ກ້ວາງໃຫຍ່ດ້ວຍຈຳນວນປະຊາກອນ 100 ລ້ານຄົນ ແລະ ຍູ້ແຮງການສົ່ງອອກ”