ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ກະສິກຳບໍ່ໃຊ້ຝຸ່ນເຄມີແມ່ນທິດພັດທະນາສຳຄັນຂອງຮ່ວາບີງ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ກະສິກຳບໍ່ໃຊ້ຝຸ່ນເຄມີແມ່ນທິດພັດທະນາສຳຄັນຂອງຮ່ວາບີງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ​ເຮັດ​ວຽກ​ກັບ​ການ​ນຳ​ຫລັກ​ແຫລ່ງ​ແຂວງ ຮ່​ວາ​ບີງ
ພາບ:baotainguyen

(vovworld)-​ປ່ຽນ​ແປງ​ຈີນ​ຕະ​ນາ​ການ​ໃນ​ການ​ຄຸ້ມ​ຄອງ, ຍູ້​ແຮງ​ການ​ດຶງ​ດູດ​ການ​ລົງ​ທຶນ, ສູ້​ຊົນ​​ຫາແລະ​ໃຊ້​ຈ່າຍ​ງົບ​ປະ​ມານ​ດ້ວຍ​ຕົນ​ເອງ ນັ້ນ​ແມ່ນ​ບັນ​ດາ​ຈຸດ​ໝາຍ, ຄວາມ​ຫວັງ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກໃນ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫລັກ​ແຫລ່ງ​ແຂວງ ຮ່​ວາ​ບີງ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ ແຂວງ​ຮ່​ວາ​ບີງ ຄວນ​ມີ​ຍຸດ​ທະ​ສາດ ດ້ວຍ​ບັນ​ດາ​ມາດ​ຕະ​ການ​ຈະ​ແຈ້ງກວ່າ ກ່ຽວ​ກັບ​ການ​ພັດ​ທະ​ນາ​ຕົວ​ເມືອງ, ເສດ​ຖະ​ກິດ​ກະ​ສິ​ກຳ, ການ​ທ່ອງ​ທ່ຽວ ແລະ ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່. ແຂວງ ຮ່​ວາ​ບີງ ຄວນ​ສຳ​ຫລວດກວດ​ຄືນ​ໝາກ​ຜົນ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃຫມ່ ຕາມ​ທິດ​ເໝາະ​ສົມ​ກັບ​ເສດ​ຖະ​ກິດ​ກາ​ນ​ຕະ​ຫລາດກວ່າ, ກະ​ກຽມ​ບັນ​ດາ​ເງື່ອນ​ໄຂ​ໃຫ​້​ແກ່​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ ແລະ ຄວນ​ປະ​ຕິ​ຮູບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ.


ຕອບກັບ

ຂ່າວ/ບົດ​ອື່ນ