ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Samsung ຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 16 ພຶດສະພາ. ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Samsung ຫວຽດນາມ Han Myong-sup. 
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Samsung ຫວຽດນາມ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Samsung ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມເຊີຍເລື່ອງ Samsung ສືບຕໍ່ເປີດກວ້າງການລົງທຶນຢູ່ຫວຽດນາມ, ບໍ່ພຽງແຕ່ໃນຂົງເຂດເອເລັກໂຕນິກເທົ່ານັ້ນ ຫາກນັບທັງຂົງເຂດຊື່ງກຸ່ມບໍລິສັດມີທ່າແຮງຄື: ພະລັງງານ, ກໍ່ສ້າງພື້ນຖານໂຄງລ່າງທ່າກຳປັ່ນທະເລ, ວິທະຍາສາດເຕັກໂນໂລຊີ, ສາທາລະນະສຸກ.

ທ່ານນາຍົກລັດຖະມົນຕີສະເຫນີ ກຸ່ມບໍລິສັດ Samsung ຫນູນຊ່ວຍພັດທະນາອຸດສາຫະກຳສຳຮອງຂອງຫວຽດນາມ, ບຳລຸງສ້າງ ແລະ ມອບໂອນເຕັກໂນໂລຊີເພື່ອສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດອຸດສາຫະກຳສຳຮອງຂອງຫວຽດນາມ, ເປັນຕົ້ນແມ່ນບັນດາວິສາຫະກິດຂະຫນາດກາງ ແລະ ນ້ອຍ, ມີກາລະໂອກາດຮ່ວມມືເຂົ້າຮ່ວມສະຫນອງວັດຖຸອຸປະກອນ, ເຄື່ອງອາໄຫລ່ໃຫ້ແກ່ບັນດາໂຄງການຂອງກຸ່ມບໍລິສັດ. ທ່ານນາຍົກລັດຖະມົນຕີ ປາດຖະຫນາວ່າ ກຸ່ມບໍລິສັດຊຸກຍູ້ການຜັນຂະຫຍາຍໂຄງການສູນຄົ້ນຄ້ວາ ແລະ ພັດທະນາ ຂອງ Samsung ຢູ່ຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ