ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ການນຳບັນດາປະເທດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ 28-29
ພາບ:TTXVN
|
(vovworld)- ວັນທີ 8/9 ແມ່ນມື້ເຮັດວຽກສຸດທ້າຍຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 28-29 ແລະ ບັນດາກອງປະຊຸມກ່ຽວຂ້ອງ. ພາຍຫລັງພິທີອັດກອງປະຊຸມ ແລະ ພິທີມອບສົ່ງຕຳແຫນ່ງປະທານ ອາຊຽນ ໃຫ້ແກ່ ຟິລີບປີນ ປີ 2017, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງອອກຈາກ ນະຄອນຫລວງ ວຽງຈັນ ກັບຄືນເມືອປະເທດ ສິ້ນສຸດການເຂົ້າຮ່ວມກອງປະຊຸມດັ່ງກ່າວ ຢ່າງຈົບງາມ.
ກ່ອນຫນ້ານັ້ນ ຕອນບ່າຍວັນທີ 7/9, ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 28 -29 ແລະ ບັນດາກອງປະຊຸມສຸດຍອດກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳຫນ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມສຸດຍອດ ອາຊຽນ +1 ກັບ ສເກົາຫລີ, ອົດສະຕາລີ ແລະ ສປຊ, ກອງປະຊຸມສຸດຍອດ ອາຊຽນ +3 ແລະ ກອງປະຊຸມສຸດຍອດ ແມ່ຂອງ - ຍີ່ປຸ່ນ. ເມື່ອແລກປ່ຽນຄຳເຫັນ, ບັນດາຄູ່ຮ່ວມມືລ້ວນແຕ່ຕີລາຄາສູງບົດບາດຂອງ ອາຊຽນ ແລະ ສະເຫນີ ບັນດາມາດຕະການເພີ່ມທະວີການຮ່ວມມືກັບ ອາຊຽນ ໃນຫລາຍຂົງເຂດ. ບັນດາປະເທດ ອາຊຽນ ສະເຫນີ ບັນດາຄູ່ຮ່ວມມືຈົ່ງເສີມຂະຫຍາຍປະສິດທິຜົນຂອງບັນດາກົນໄກທີ່ມີຢູ່ແລ້ວກວ່າອີກ, ຫນູນຊ່ວຍແຫລ່ງກຳລັງ, ບົດຮຽນ, ຍົກສູງກຳລັງຄວາມສາມາດ, ຮັດແຄບຊ່ອງຫວ່າງການພັດທະນາ, ພ້ອມກັນຮ່ວມມືເພື່ອຮັບມືກັບບັນດາອາດຊະຍາກຳຂ້າມຊາດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຢູ່ພາກພື້ນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ: ຍາມໃດຫວຽດນາມ ກໍຖືການພົວພັນກັບບັນດາຄູ່ຮ່ວມມືເປັນສຳຄັນ, ແລະ ຕີລາຄາສູງບັນດາຄຳໝັ້ນສັນຍາຂອງບັນດາຄູ່ຮ່ວມມື ໄດ້ສືບຕໍ່ຫນູນຊ່ວຍອາຊຽນ ສ້າງປະຊາຄົມ ແລະ ເສີມຂະຫຍາຍບົດບາດໃຈກາງຢູ່ພາກພື້ນ ແລະ ສະເຫນີບັນດາຄູ່ຮ່ວມມືສືບຕໍ່ເພີ່ມທະວີການຮ່ວມມືກັບ ອາຊຽນ ສຸມໃສ່ບັນດາຂົງເຂດບຸລິມະສິດ ແລະ ເສີມຂະຫຍາຍໄດ້ທ່າແຮງຂອງແຕ່ລະຝ່າຍ.
ເພື່ອຊຸກຍູ້ການຮ່ວມມື ອາຊຽນ + 3, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ສືບຕໍ່ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການເງິນ, ການເຊື່ອມຈອດ, ເຊື່ອມໂຍງເຂົ້າກັບພາກພື້ນ, ພັດທະນາບັນດາວິສາຫະກິດຂະຫນາດກາງ, ນ້ອຍ ແລະ ນ້ອຍສຸດ, ເພີ່ມທະວີການຮ່ວມມືເພື່ອການພັດທະນາແບບຍືນຍົງ.
ທີ່ກອງປະຊຸມສຸດຍອດ ອາຊຽນ - ອົດສະຕາລີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍົກໃຫ້ເຫັນການບຸລິມະສິດຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ສູ້ຊົນຍົກວົງເງິນການຄ້າ ແລະ ການລົງທຶນລະຫວ່າງສອງປະເທດໃຫ້ຂຶ້ນລະດັບສູງພໍສົມຄວນ, ຊຸກຍູ້ການຮ່ວມມືກ່ຽວກັບການເຊື່ອມຈອດ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ ສປຊ ມີບົດບາດສຳຄັນໃນຊີວິດດ້ານການເມືອງສາກົນ ແລະ ເປັນພື້ນຖານທີ່ຂາດບໍ່ໄດ້ໃນໂລກສັນຕິພາບ, ວັດທະນາຖາວອນ ແລະ ຍຸດຕິທຳກວ່າ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ສອງຝ່າຍພ້ອມກັນສົມທົບກັນຜັນຂະຫຍາຍບັນດາຄາດໝາຍທີ່ໄດ້ວາງອອກໃນວິໄສທັດ ອາຊຽນ 2025 ແລະ ໂຄງການດຳເນີນງານ 2030 ຂອງ ສປຊ ກ່ຽວກັບການພັດທະນາແບບຍືນຍົງ, ພ້ອມທັງສະເຫນີ ສປຊ ເອົາໃຈໃສ່ຫນູນຊ່ວຍເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ອາຊຽນ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະຕິບັດບັນດາຄຳໝັ້ນສັນຍາ COP 21, ຄຸ້ມຄອງທຳມະຊາດກໍຄືຊຸກຍູ້ບັນດາຝ່າຍສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ປະຕິບັດການທູດປ້ອງກັນ, ສະກັດກັ້ນ ແລະ ຄຸ້ມຄອງການປະທະກັນຢູ່ພາກພື້ນ.
ທີ່ກອງປະຊຸມຄັ້ງຕ່າງໆນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ແບ່ງປັນທັດສະນະ, ຫລັກໝັ້ນຂອງຫວຽດນາມ ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນຄືນຫລັກໝັ້ນສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ແມ່ນສະຫນັບສະຫນູນການປອດນິວເຄຼຍໃນແຫລມເກົາຫລີ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ຮຽກຮ້ອງບັນດາຝ່າຍກ່ຽວຂ້ອງປະຕິບັດຄວາມລະງັບໃຈ ແລະ ປະຕິບັດບັນດາມະຕິກ່ຽວຂ້ອງຂອງ ສະພາຄວາມໝັ້ໜັ້ນຄົງ ສປຊ ຢ່າງເຂັ້ມງວດ.