ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ແລະ ທ່ານນາຍົກລັດຖະມົນຕີ
ຍີ່ປູ່ນ Shinzo Abe. (ພາບ: ປະກອບ)
(vovworld) - ວັນທີ 2/7, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງອອກຈາກຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມສຸດຍອດແມ່ນ້ຳຂອງ - ຍີ່ປູ່ນ ຄັ້ງທີ 7, ທີ່ຈັດຕັ້ງລະຫວ່າງວັນທີ 2 – 4/7 ຢູ່ໂຕກຽວ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຍີ່ປູ່ນ Shinzo Abe.
ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ນ້ຳຂອງ - ຍີ່ປູ່ນ ຄັ້ງທີ 7 ເພື່ອແນໃສ່ປະກອບສ່ວນຊຸກຍູ້ການຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ ໃນໄລຍະຈະມາເຖິງຕາມທິດໜູນຊ່ວຍຢ່າງແຮງໃຫ້ການພັດທະນາເສດຖະກິດ - ສັງຄົມຂອງເຂດອະນຸພາກພື້ນແມ່ນ້ຳຂອງເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ; ຢັ້ງຢືນຄຳໝັ້ນສັນຍາ ແລະ ບົດບາດຂອງ ຫວຽດນາມ ສຳລັບການຮ່ວມມືແມ່ນ້ຳຂອງ - ຍີ່ປູ່ນ; ປັບປຸງການພົວພັນຮ່ວມມືມິດຕະພາບກັບບັນດາປະເທດເຂດອະນຸພາກພື້ນແມ່ນ້ຳຂອງ; ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ນຳການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງກັບ ຍີ່ປຸ່ນ ພັດທະນານັບມື້ນັບຮອບດ້ານ, ມີປະສິດທິຜົນ.