ທ່ານນາຍົກລັດຖະມົນຕີຫວຽດນາມ​ຫງວຽນ​ຊວນ​ຟ​ຸກ ຕ້ອນ​ຮັບຮອງນາຍົກລັດຖະມົນຕີເຊັກເບຍ

(VOVWORLD) -
ທ່ານນາຍົກລັດຖະມົນຕີຫວຽດນາມ​ຫງວຽນ​ຊວນ​ຟ​ຸກ ຕ້ອນ​ຮັບຮອງນາຍົກລັດຖະມົນຕີເຊັກເບຍ  - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ ຕ້ອນຮັບຮອງນາຍົກລັດຖະມົນຕີເຊັກເບຍ
(ພາບ: TTXVN)

ຕອນໃນບ່າຍວັນທີ  8 ກັນຍາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ Ivica Dacic ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ເຊັກເບຍ ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ສະແດງຄວາມປາຖະໜາວ່າ, ໃນໄລຍະຈະມາເຖິງ, ສອງຝ່າຍຈະຕັ້ງໜ້າແລກປ່ຽນບັນດາຄະນະຜູ້ແທນທຸກຂັ້ນ, ເພີ່ມທະວີການຮ່ວມມືລະຫວ່າງກະຊວງຂະແໜງການ, ທ້ອງຖີ່ນ ແລະ ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ; ຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຂອງປະຊາຊົນສອງປະເທດ. ສ່ວນທ່ານ Ivica Dacic ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ເຊັກເບຍ ກໍ່ໃຫ້ຮູ້ວ່າ ສອງຝ່າຍໄດ້ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້ານຳກັນ. ພ້ອມກັນນັ້ນ, ທ່ານ Ivica Dacic ກໍ່ສະເໜີສອງຝ່າຍເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ ແລະ ພິເສດແມ່ນຄວນຈັດຕັ້ງບັນດາຄະນະພົບປະແລກປ່ຽນຊອກຮູ້ລະຫວ່າງວິສາຫະກິດສອງປະເທດໃຫ້ຫຼາຍກວ່າອີກ.

ແລະກໍໃນວັນທີ 8 ກັນຍາ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມີການເຈລະຈາກັບທ່ານ Ivica Dacic ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ເຊັກເບຍ. ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນສອງຝ່າຍຢ່າງລະອຽດ; ຢືນຢັນຄວນເພີ່ມທະວີການ    ທາບທາມຄວາມເຫັນດ້ານການເມືອງ, ສົມທົບກັນລະຫວ່າງສອງກະຊວງການຕ່າງປະເທດ, ກໍ່ສ້າງຂອບເຂດຮ່ວມມືຢ່າງລະອຽດ ແນໃສ່ຊຸກຍູ້ການຮ່ວມມືໃນທຸກຂົງເຂດ, ໂດຍສະເພາະແມ່ນທາງດ້ານເສດຖະກິດ, ການຄ້າ, ການລົງທຶນໃຫ້ນັບມື້ນັບມີຄວາມແທດຈິງໃນໄລຍະຈະມາເຖິງ. ຮອງນາຍົກລັດຖະມົນຕີ, ລັດຖະມົນຕີທັງສອງທ່ານ ໄດ້ເຫັນດີເປັນເອກະພາບຄວນເພີ່ມທະວີ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດຍັງມີຄວາມສາມາດບົ່ມຊ້ອນຫຼາຍ, ພິເສດແມ່ນດ້ານວັດທະນະທຳ - ການທ່ອງທ່ຽວ, ຄົມມະນາຄົມຂົນສົ່ງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ… ສອງຝ່າຍຕີລາຄາສູງການຮ່ວມມືຢ່າງມີປະສິດທິຜົນໃນບັນດາເວທີປາໄສ, ອົງການຈັດຕັ້ງສາກົນ, ເຫັນດີເປັນເອກະພາບຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາກົນໄກຫຼາຍຝ່າຍ, ພິເສດແມ່ນໃນຂອບເຂດສະຫະປະຊາຊາດ. ສອງຝ່າຍກໍ່ໄດ້ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ