ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຊົມເຊີຍໝາກຜົນຂອງການປ່ອນບັດເລືອກຕັ້ງສະພາສູງ

(VOVWORLD) -ຝ່າຍພັນທະມິດກໍາອໍານາດ ຍາດໄດ້ຈໍານວນບ່ອນນັ່ງສ່ວນຫຼາຍ
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຊົມເຊີຍໝາກຜົນຂອງການປ່ອນບັດເລືອກຕັ້ງສະພາສູງ - ảnh 1ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຊົມເຊີຍໝາກຜົນຂອງການປ່ອນບັດເລືອກຕັ້ງສະພາສູງທີ່ຈັດຂຶ້ນໃນວັນທີ 21 ກໍລະກົດຢູ່ປະເທດນີ້ (ພາບ: Kyodo/TTXVN)

  ຕອນຄໍ່າ 21 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ຊົມເຊີຍໝາກຜົນຂອງການປ່ອນບັດເລືອກຕັ້ງສະພາສູງທີ່ຈັດຂຶ້ນໃນວັນທີ 21 ກໍລະກົດຢູ່ປະເທດນີ້, ໃນນັ້ນ ຝ່າຍພັນທະມິດກໍາອໍານາດ ຍາດໄດ້ຈໍານວນບ່ອນນັ່ງສ່ວນຫຼາຍ. ຕາມການນໍາ ຍີ່ປຸ່ນແລ້ວ, ໝາກຜົນດັ່ງກ່າວ ໄດ້ສ່ອງແສງໃຫ້ເຫັນການສະໜັບສະໜູນຂອງມະຫາຊົນສໍາລັບບັນດານະໂຍບາຍຂອງລັດຖະບານ.

        ການນໍາ ຍີ່ປຸ່ນ ສະແດງຄວາມຫວັງຢາກຍາດໄດ້ບ່ອນນັ່ງໃຫ້ຄົບຕາມຈໍານວນ ເພື່ອຊຸກຍູ້ການປັບປຸງລັດຖະທໍາມະນູນຕາມລັດທິສັນຕິພາບ, ເຊິ່ງເປັນເປົ້າໝາຍທີ່ທ່ານວາງອອກກ່ອນທີ່ຈະສິ້ນສຸດອາຍຸການເປັນນາຍົກລັດຖະມົນຕີໃນປີ 2021, ເຖິງວ່າ ນັ້ນແມ່ນສິ່ງທີ່ຍັງຄົງຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ ຍ້ອນຜູ້ມີສິດເລືອກຕັ້ງສ່ວນຫຼາຍ ສົນໃຈເຖິງບັນຫາວຽກເຮັດງານທໍາ ແລະ ເສດຖະກິດຫຼາຍກວ່າ.


ຕອບກັບ

ຂ່າວ/ບົດ​ອື່ນ