ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງ 12 ໂຄງການທາງດ່ວນເໜືອ - ໃຕ້
(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີວາງສີລາລຶກກໍ່ສ້າງ 12 ໂຄງການຍ່ອຍຂຶ້ນກັບໂຄງການລົງທຶນກໍ່ສ້າງເສັ້ນທາງດ່ວນເໜືອ - ໃຕ້ ທາງທິດຕາເວັນອອກ ໄລຍະ 2021 – 2025 (ໄລຍະທີ 2) ແລະ ປຸກລະດົມເດືອນແຂ່ງຂັນປ່ອຍເງິນລົງທຶນສາທາລະນະ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ |
ຕອນເຊົ້າວັນທີ 1 ມັງກອນ 2023, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີວາງສີລາລຶກກໍ່ສ້າງ 12 ໂຄງການຍ່ອຍຂຶ້ນກັບໂຄງການລົງທຶນກໍ່ສ້າງເສັ້ນທາງດ່ວນເໜືອ - ໃຕ້ ທາງທິດຕາເວັນອອກ ໄລຍະ 2021 – 2025 (ໄລຍະທີ 2) ແລະ ປຸກລະດົມເດືອນແຂ່ງຂັນປ່ອຍເງິນລົງທຶນສາທາລະນະ. ພິທີດັ່ງກ່າວໂດຍກະຊວງຄົມມະນາຄົມ ແລະ ຂົນສົ່ງ ຫວຽດນາມ ສົມທົບກັບຄະນະກຳມະການ 9 ແຂວງຈັດຂຶ້ນ ຕາມຮູບການເຊິ່ງໜ້າສົມທົບກັບ ທາງໄກ.
ໂຄງການລົງທຶນກໍ່ສ້າງເສັ້ນທາງດ່ວນເໜືອ - ໃຕ້ ທາງທິດຕາເວັນອອກ ໄລຍະທີ 2 ມີຄວາມຍາວ 729 ກິໂລແມັດ, ໄປຜ່ານ 12 ແຂວງ, ນະຄອນ ດ້ວຍເງິນລົງທຶນທັງໝົດເກືອບ 147.000 ຕື້ດົ່ງ. ໂຄງການດັ່ງກ່າວມີໂຄງການຍ່ອຍ 12 ໂຄງການເຄື່ອນໄຫວເປັນເອກະລາດ, ກໍ່ສ້າງສຳເລັດໂດຍພື້ນຖານໃນປີ 2025 ແລະ ນຳເຂົ້າໃຊ້ງານນັບແຕ່ປີ 2026 ເປັນຕົ້ນໄປ.