ທ່ານປະທານປະເທດເຈືອງເຕີນຊາງຕ້ອນຮັບນາຍົກລັດຖະມົນຕີນິວເຊີແລນ

 ທ່ານປະທານປະເທດເຈືອງເຕີນຊາງຕ້ອນຮັບນາຍົກລັດຖະມົນຕີນິວເຊີແລນ - ảnh 1
​ນາ​ຍົກ​ລັດ​ຖະ​ມົນ​ຕີ ນີວ​ເຊີ​ແລນ John Key
ພາບ:TTXVN

(vovworld)- ​ ຕອນ​ບ່າຍ ​ວັນ​ທີ 16/11 ຢູ່ ຮ່າ​ໂນ້ຍ, ​ທີ່​ການ​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນີວ​ເຊີ​ແລນ John Key, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ກ່ຽວ​ກັບ​ໝາກ​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຫລາຍ​ຂົງ​ເຂດ ແລະ ຕີ​ລາ​ຄາ​ສູງ​ການ​ສະ​ຫນັບ​ສະ​ຫນູນ​ຂ​ອງ ນິວ​ເຊີ​ແລນ ທີ່​ມີ​ຕໍ່​ຫວຽດ​ນາມ ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ, ຂອບ​ອົກ​ຂອບ​ໃຈ ນິວ​ເຊີ​ແລນ ສະ​ຫນັບ​ສະ​ຫນູນ​ຫລັກ​ໝັ້ນ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ.

ຕອນ​ບ່າຍ​ວັນ​ດຽວ​ກັນ, ທີ່​ການ​ພົບ​ປະ​ແລ​ກ​ປ່ຽນ​ຄຳ​ເຫັນ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ເຊີ​ແລນ John Key, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມ​ຢາມ ຈະ​ສ້າງ​ບັນ​ດາ​ກາ​ລະ​ໂອ​ກາດ​ໃຫມ່ ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ນິວ​ເຊີ​ແລນ ສືບ​ຕໍ່​ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່ ພ້ອມ​ທັງ​ຢືນ​ຢັນ: ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ສະ​ຫນັບ​ສະ​ຫນູນ ແລະ ເຫັນ​ດີ​ຕໍ່​ການ​ຊຸກ​ຍູ້​ກາ​ນ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ກັບ ນິວ​ເຊີ​ແລນ ໃນ​ທຸກ​ຂົງ​ເຂດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ເຊີ​ແລນ John Key ໃຫ້​ຮູ້​ວ່າ: ສະ​ພາ​ແຫ່ງ​ຊາດ ນິວ​ເຊີ​ແລນ ຍາມ​ໃດ​ກໍ​ຖື​ການ​ພົວ​ພັນ​ຮ່ວມ​ມື​ກັບ​ຫວຽດ​ນາມ ເປັນ​ສຳ​ຄັນ ແລະ ປາດ​ຖະ​ຫນາ​ຢາກ​ເປີດກວ້າງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດກວ່າ​ອີກ.

ຂ່າວ/ບົດ​ອື່ນ