ລາຍການສິລະປະ “ລະດູບານໃຫມ່ຢູ່ບ້ານເກີດ
ເມືອງນອນປີ 2015"
ພາບ:hochiminhcity
|
(vovworld)- ຕອນຄ່ຳວັນທີ 8/2 ຢູ່ ທ່າກຳປັ່ນ ຍ່າຣົ່ງ, ນະຄອນ ໂຮ່ຈິມີນ ໄດ້ດຳເນີນລາຍການ “ລະດູບານໃຫມ່ຢູ່ບ້ານເກີດເມືອງນອນປີ 2015” ດ້ວຍຫົວຂໍ້ວ່າ: “ປະເທດຊາດອັນສະຫງ່າລາສີ”. ກ່າວຄຳເຫັນໄຂພິທີ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຢືນຢັນວ່າ: ປີ 2015, ຄວາມຫຍຸ້ງຍາກ, ສິ່ງທ້າທາຍຍັງມີຫລາຍຢູ່ ແຕ່ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດເພື່ອພັດທະນາ, ສ້າງສາ ແລະ ປົກປັກຮັກສາປະເທດຊາດແມ່ນໃຫຍ່ຫລວງທີ່ສຸດ. ທົ່ວພັກ, ທົ່ວກອງທັບ ແລະທົ່ວປວງຊົນ ສາມັກຄີ ເປັນຈິດຫນຶ່ງໃຈດຽວ, ຕັດສິນໃຈສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກການທົດສອບ, ສຳເລັດບັນດາຄາດໝາຍ, ຫນ້າທີ່ຢ່າງມີໄຊ. ທ່ານປະທານປະເທດເຈືອງເຕີນຊາງ ເນັ້ນຫນັກວ່າ:
“ປະເທດຊາດໄດ້ຮັບສັນຕິພາບ, ເປັນເອກະພາບ ມາເປັນເວລາ 40 ປີແລ້ວ. ຈາກປະເທດຫນຶ່ງ ຖືກສົງຄາມທຳລາຍ, ປີດລ້ອມ, ຂວ້ຳບາດ, ອຶດຫິວ, ຫລ້າຫລັງ, ປະຈຸບັນ ປະເທດຊາດໄດ້ຫລຸດພົ້ນອອກຈາກສະພາບປະເທດທຸກຍາກ, ດ້ອຍພັດທະນາ, ກາຍເປັນປະເທດພວມພັດທະນາດ້ວຍລາຍຮັບປານກາງ, ພວມຍູ້ແຮງການຫັນເປັນອຸດສາຫະກຳ ແລະ ທັນສະໄຫມ, ຕັ້ງຫນ້າ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ມີອິດທີພົນຊື່ສຽງໃນພາກພື້ນ ແລະ ໂລກ. ປະເທດຊາດ ນັບມື້ນັບເປີດກວ້າງ, ຊຸກຍູ້ການພົວພັນຮ່ວມມື, ມິດຕະພາບ, ເຄົາລົບເຊິ່ງກັນ ແລະ ກັນ, ສະເຫມີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ກັບທຸກປະເທດໃນໂລກ. ສະນັ້ນ, ບໍ່ມີສາຍເຫດໃດເພື່ອໃຫ້ບໍ່ວ່າຜູ້ໃດໃນວົງຄະນາຍາດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ອາພັບກ່ຽວກັບອະດີດຕະການເພື່ອກີດຂວາງການປັບປຸງ, ເພີ່ມທະວີກຸ່ມກ້ອນມະຫາສາມັກຕີທົ່ວປວງຊົນທັງຊາດຫວຽດນາມ.”
ທ່ານປະທານປະເທດຢືນຢັນວ່າ: ພັກ, ລັດ, ຊາວຫວຽດນາມພາຍໃນປະເທດ ຍາມໃດກໍເອົາໃຈໃສ່, ສະຫນັບສະຫນູນ, ຫນູນຊ່ວຍ ແລະ ຫວັງວ່າ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນັບມື້ນັບເຊື່ອມຕົວກັບປະເທດປະຈຳຖິ່ນ, ສາມັກຄີ ຊ່ວຍເຫລືອເຊິ່ງກັນແລະກັນ, ຮັກສາສີສັນວັດທະນະທຳຂອງຊາດ, ສືບຕໍ່ມີການປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ, ເປັນຂົວຕໍ່ເພີ່ມທະທີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ ກັບບັນດາປະເທດໃນໂລກ.