ທ່ານປະທານປະເທດເຈືອງເຕີ໋ນຊາງເປັນປະທານວາລະປະຊຸມຄັ້ງທີ14ຄະນະຊີ້ນຳການປະຕິຮູບຍຸດຕິທຳສູນກາງ

ທ່ານປະທານປະເທດເຈືອງເຕີ໋ນຊາງເປັນປະທານວາລະປະຊຸມຄັ້ງທີ14ຄະນະຊີ້ນຳການປະຕິຮູບຍຸດຕິທຳສູນກາງ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​​ໄດ້ເປັນ​ປະທານ​ວາລະ​ປະຊຸມ​ຄັ້ງທີ 14 ຄະນະ​ຊີ້ນຳ​ການ​ປະຕິ​ຮູບ​ຍຸດຕິ​ທຳ​ສູນ​ກາງ
(ພາບ: VGP/Lê Sơn)

(vovworld) - ຕອນບ່າຍ​ວັນ​ທີ 12/3, ທີ່ ຮ່າ​ໂນ້ຍ, ​ແ, ​ເພື່ອປຶກສາ​ຫາລື​ກ່ຽວກັບ​ຮ່າງ​ບົດ​ລາຍ​ງານ​ສະພາບ​ການ​ປະຕິບັດການປະຕິ​ຮູບ​ຍຸດຕິ​ທຳປີ 2013 ​ແລະ ທິດທາງໜ້າທີ່​ປີ 2014, ພ້ອມ​ທັງ​ໃຫ້​ຄຳ​ເຫັນ​ຕໍ່​ແຜນ​ຮ່າງ​ວາງ​ແຜນ​ສັງ​ລວມພັດທະນາ​ບັນດາ​ອົງການ​ຍຸດຕິ​ທຳ. ທີ່​ວາລະ​ປະຊຸມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຖື​ວ່າ​ເພື່ອ​ປະຕິບັດໜ້າທີ່​ໃນ​ໄລຍະ​ຈະ​ມາ​ເຖີງ, ຄວນ​​ແກ້​ໄຂບັນດາ​ຈຸດ​ອ່ອນ​ທີ່​ຍັງ​ຄົງ​ຄ້າງ, ​ເສີມ​ຂະຫຍາ​ຍບັນດາ​ຈຸດ​ດີ​ເພື່ອ​ປະຕິບັດ​​ຍຸດ​ທະ​ສາດປະຕິ​ຮູບ​ຍຸດຕິ​ທຳ​ໃນ​ໄລຍະ​ຈະ​ມາ​ເຖີງໃຫ້​ດີ​. ສຳລັບ​ໂຄງການ​ສ້າງ ​ແລະ ​ປັບປຸງ​ນະ​ໂຍບາຍ​ກົດໝາຍ, ທ່ານ​ປະທານ​ປະ​ເທດສະ​ເໜີ​ໃຫ້​ຂະ​ແໜງຍຸດຕິ​ທຳ​ຕ້ອງ​ແກ້​ໄຂວຽກງານ​ທີ່​ກ່າຍກອງ​ກັນ, ຫຼຸດຜ່ອນ​ບັນດາຄະດີ​ທີ​່ຕັດສິນ​ລົງ​ໂທດ​ບໍ່​ສົມ​ເຫດ​ສົມ​ຜົນ; ​ລາຍການ​ສ້າງ​ກົດໝາຍປີ 2013 ຕ້ອງ​ເຂົ້າກັບ​ແຜນການ​ເຮັດ​ວຽກຂອງ​ສະພາ​ແຫ່ງ​ຊາດ​ເພື່ອ​ຮັບປະກັນ​ລັກສະນະ​ເອກະ​ພາບ. ທ່ານ​ປະທານ​ປະ​ເທດ​ເນັ້ນໜັກວ່າຫຼັງຈາກ​ລັດຖະທຳ​ມະນູ​ນ ສສ ຫວຽດນາມ​ ມີ​ຜົນ​ສັກສິດ​ແລ້ວ, ການ​ຫັນ​ບັນດາ​ຂໍ້​ກຳນົດ​ໃນລັດຖະທຳ​ມະນູ​ນ​ເປັນ​ກົດໝາຍ​ແມ່ນ​ສຳຄັນ​ທີ່​ສຸດ​ເພື່ອ​ປະກອບສ່ວນ​ສ້າງລັດ​ແຫ່ງ​ອຳນາດ​ນິຕິບັນຍັດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ກໍ່​ສະ​ເໜີ​ໃຫ້​ບັນດາ​ອົງການທີ່​ກ່ຽວຂ້ອງ​ຄົ້ນຄວ້າ​ຜັນ​ຂະຫຍາຍ​ເພື່ອ​ຮັບປະກັນ​ການ​ປະຕິບັດ​ແຜນ​ຮ່າງ​ວາງ​ແຜນ​ສັງ​ລວມບັນດາ​ອົງ​ການ​ຍຸດຕິ​ທຳ, ປະກອບສ່ວນສ້າງລັດ​ແຫ່ງ​ອຳນາດ​ນິຕິບັນຍັດ.



ຂ່າວ/ບົດ​ອື່ນ