ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງເຂົ້າຮ່ວມງານບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ບັກຢາງ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 87 ປີ ແຫ່ງວັນມູນເຊື້ອແນວໂຮມປະເທດຊາດ ຫວຽດນາມ (18/11/1930 – 18/11/2017),
ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງເຂົ້າຮ່ວມງານບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ບັກຢາງ - ảnh 1ທ່ານປະທານປະເທດ ເຈີ່ນດ້າຍກວາງ 

ໃນຕອນເຊົ້າວັນທີ 14 ພະຈິກ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ເຂົ້າຮ່ວມງານບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ຕາແສງເຕີນຮຶງ, ເມືອງລ້າງຢາງ, ແຂວງບັກຢາງ. ກ່າວຄຳເຫັນທີ່ງານບຸນສະເຫຼີມສະຫຼອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີ:

ພວກເຮົາຄວນສືບຕໍ່ຍູ້ແຮງບັນດາຂະບວນການແຂ່ງຂັນຮັກຊາດດ້ວຍການຂົນຂວາຍ “ທົ່ວປວງຊົນທັງຊາດສາມັກຄີກໍ່ສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ”   , ເຊິ່ງແນວໂຮມປະເທດຊາດ ຫວຽດນາມ ປຸກລະດົມ. ພ້ອມທັງຕິດພັນກັບການຜັນຂະຫຍາຍບັນດາໜ້າທີ່ເສດຖະກິດ, ສັງຄົມ ຢູ່ແຕ່ລະທ້ອງຖິ່ນເພື່ອເຮັດແນວໃດ ລະດົມໄດ້ກຳລັງແຮງສັງລວມຂອງທົ່ວປວງຊົນຕັ້ງໜ້າເຂົ້າຮ່ວມໃນບັນດາຂະບວນການແຂ່ງຂັນຮັກຊາດ, ບັນດາຂະບວນການກໍ່ສ້າງ ແລະ ພັດທະນາເສດຖະກິດ, ສັງຄົມ, ກໍ່ສ້າງຊົນນະບົດໃໝ່, ຕົວເມືອງສີວິໄລຂອງທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ