(VOVWORLD) - ຕອນເຊົ້າວັນທີ 10 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ, ປະທານສະພາເລືອກຕັ້ງແຫ່ງຊາດໄດ້ເປັນປະທານກອງປະຊຸມຄັ້ງທີ 7, ສະພາເລືອກຕັ້ງແຫ່ງຊາດ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN) |
ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ໃນວັນທີ 23 ພຶດສະພາ 2021 ທີ່ຜ່ານມາ ໄດ້ດຳເນີນຢ່າງມີປະຊາທິປະໄຕ, ສະເໝີພາບ, ຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພຢ່າງເດັດຂາດ, ປະຢັດ ແລະ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ແມ່ນວັນບຸນຂອງປະເທດຊາດ ແລະ ປະຊາຊົນໝົດທຸກຄົນ ຢ່າງແທ້ຈິງ.
ທ່ານປະທານສະພາແຫ່ງຊາດໄດ້ສະເໜີໃຫ້ບັນດາສະມາຊິກສະພາເລືອກຕັ້ງແຫ່ງຊາດ ສຸມໃສ່ປະກອບຄຳເຫັນຕີລາຄາກ່ຽວກັບວຽກງານກະກຽມໃນ 11 ຂົງເຂດລວມມີ: ວຽກງານນຳພາ ແລະ ຊີ້ນຳການເລືອກຕັ້ງ, ການສ້າງຕັ້ງ ແລະ ການເຄື່ອນໄຫວຂອງສະພາເລືອກຕັ້ງແຫ່ງຊາດ ແລະ ບັນດາອົງການຮັບຜິດຊອບການເລືອກຕັ້ງ, ວຽກງານບຸກຄະລາກອນ, ການເຈລະຈາ, ການຄັດເລືອກ, ແນະນຳເພື່ອຮັບຟັງຄຳເຫັນຂອງຜູ້ມີສິດເລືອກຕັ້ງກ່ຽວກັບຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ, ການຈັດຕັ້ງຂົນຂວາຍ ການເລືອກຕັ້ງ.
ທ່ານປະທານສະພາແຫ່ງຊາດໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນສຸມໃສ່ຕີລາຄາ, ປະກອບຄຳເຫັນກ່ຽວກັບວຽກງານຖະແຫຼງຂ່າວໂຄສະນາ, ວຽກງານກວດກາ, ຕິດຕາມກວດກາກ່ຽວກັບການເລືອກຕັ້ງ, ວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນວິວັດການກະກຽມຈັດຕັ້ງການຂົນຂວາຍເລືອກຕັ້ງ ແລະ ວັນເລືອກຕັ້ງ.