(VOVWORLD) - ທ່ານປະທານາທິບໍດີ Erdogan ຈະປະກາດຂໍ້ສະເໜີເຊື່ອມຕໍ່ຄືນການເຈລະຈາສັນຕິພາບ ກ່ຽວກັບ ຢູແກຼນ ໃນບັນດາການປຶກສາຫາລືກັບຄູ່ຮ່ວມຕຳແໜ່ງ ລັດເຊຍ Vladimir Putin.
ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AFP/TTXVN) |
ໜັງສືພິມ Hurriyet ຂອງຕວັກກີ ໄດ້ຄັດສະເໜີແຫຼ່ງຂ່າວໃນວັນທີ 7 ສິງຫາ ໂດຍໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຈະໄປຢ້ຽມຢາມ ຕວັກກີໃນທ້າຍເດືອນສິງຫານີ້. ໃນຂອບເຂດການຢ້ຽມຢາມຄັ້ງນີ້, ທ່ານ Vladimir Putin ຈະພົບປະກັບຄູ່ຮ່ວມຕຳແໜ່ງຕວັກກີ Recep Tayyip Erdogan.
ໂຄງການດຳເນີນງານຂອງການເຈລະຈາຕ່າງໆ ຈະລວມມີບັນດາບັນຫາທີ່ກ່ຽວຂ້ອງຕະຫຼອດຮອດຈຸດເວລາເຊື່ອມຕໍ່ຂໍ້ຕົກລົງທັນຍາພືດຄືນໃໝ່, ການພົວພັນສອງຝ່າຍ, ການພົວພັນລະຫວ່າງຕວັກກີ, ອາແຊັກໄບຊານ ແລະ ອາກເມເນຍ, ກໍ່ຄືບັນດາມາດຕະການຊ່ວຍຫັນການພົວພັນລະຫວ່າງ ຕວັກກີ ແລະ ຊີຣີ ເປັນປົກກະຕິ.
ຕາມແຫຼ່ງຂ່າວຈາກຫ້ອງວ່າການປະທານາທິບໍດີ ຕວັກກີແລ້ວ, ທ່ານປະທານາທິບໍດີ Erdogan ຈະປະກາດຂໍ້ສະເໜີເຊື່ອມຕໍ່ຄືນການເຈລະຈາສັນຕິພາບ ກ່ຽວກັບ ຢູແກຼນ ໃນບັນດາການປຶກສາຫາລືກັບຄູ່ຮ່ວມຕຳແໜ່ງ ລັດເຊຍ Vladimir Putin. ຕວັກກີຈະໄດ້ຮັບການສະເໜີເປັນກາງໃນການແກ້ໄຂການປະທະກັນລະຫວ່າງສອງລັດເຊຍ - ຢູແກຼນ