ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງພາຍໃນລາວ

ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງພາຍໃນລາວ - ảnh 1

(vovworld)-​ ຕອນ​ບ່າຍ​ວັນ​ທີ 6/4 ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ປະ​ທານ ​ຄະ​ນະ​ກຳ​ມາ​ທິ​ການ​ຮ່ວມ​ມືລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ - ລາວ ໄດ້​ຕ້ອນ​ຮັບທ່ານ ໄຊ​ສີ ສັນ​ຕິ​ວົງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພາຍ​ໃນ ລາວ ນຳ​ຫນ້າ ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢືນ​ຢັນ ຄວາມ​ຕັດ​ສິນ​ໃຈ​ຂອງ​ການ​ນຳ​ສອງ​ປະ​ເທດ ເພື່ອ​ປັບ​ປຸງ ແລະ ເພີ່​ມ​ທະ​ວີ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ​ໃຫ້​ສອງ​ຝ່າຍ ສຸມ​ໃສ່​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ກໍ​ຄື​ບັນ​ດາ​ສັນ​ຍາ ແລະ ຂໍ້​ຕົກ​ລົງ​ລະ​ຫວ່າງ ກະ​ຊວງ​ພາຍ​ໃນ​ສອງ​ປະ​ເທດ. ທ່ານ ລັດ​ຖະ​ມົນ​ຕີ ໄຊ​ສີ ສັນ​ຕິ​ວົງ ​ໄດ້ແຈ້ງ​ໝາກ​ຜົນ​ການ​ເຮັດ​ວຽກ​ຂອງ​ຄະ​ນະ​ຢູ່​ຫວຽດ​ນາມ ແລະ ຢືນ​ຢັນ: ການ​ແລກ​ປ່ຽນ​, ຫນູນ​ຊ່ວຍ​ບົດ​ຮຽນ​ກ່ຽວ​ກັບ​ຂົງ​ເຂດ​ບໍ​ລິ​ຫານ, ເຮັດ​ໃຫ້​ກົງ​ຈັກ​ກະ​ທັດ​ລັດ, ການ​ສອບ​ເສັງ​ບັນ​ດາ​ຖະ​ນະຕຳ​ແຫນ່ງ​ການ​ນຳ ຊື່ງ​ຝ່າຍກະ​ຊວງ​ພາຍ​ໃນ​ຂອງ​ຫວຽດ​ນາມ ໄດ້​ແບ່ງ​ປັນ ແມ່ນ​ມີ​ຄວາມ​ໝາຍ​ແທ້​ຈິງ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ສ້າງ ແລະ ພັດ​ທະ​ນາ​ພື້ນ​ຖານ​ບໍ​ລິ​ຫານ​ຂອງ​ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ