(ທ່ານຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍພົບປະກັບ
ທ່ານຮອງປະທານປະເທດຈີນຫລີແຢວນຈາວ)
(vovworld)- ໂດຍໄດ້ຮັບຄຳເຊີນຂອງລັດຖະບານ ຈີນ ແລະ ອຳນາດການປົກຄອງແຂວງ ຢູນຫນານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈູງຫາຍ ໄດ້ໄປຢ້ຽມຢາມແຂວງ ຢູນຫນານ ແຕ່ວັນທີ 11-13/6 ແລະ ເຂົ້າຮ່ວມພິທີໄຂງານຕະຫລາດນັດຈີນ - ອາຊີໃຕ້ ຄັ້ງທີ 3 ແລະ ງານຕະຫລາດນັດ ຄູນໝີງ ຄັ້ງທີ 23. ໃນຂອບເຂດເຄື່ອນໄຫວຢູ່ແຂວງ ຢູນຫນານ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ໄດ້ພົບປະກັບທ່ານຮອງປະທານປະເທດຈີນ ແລະ ຕ້ອນຮັບເຈົ້າແຂວງແຂວາງ ຢູນຫນູນ.
ທີ່ການພົບປະກັບທ່ານຮອງປະທານປະເທດຈີນ ຫລີແຢວນຈາວ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ໄດ້ຢືນຢັນວ່າ: ຍາມໃດຫວຽດນາມ ກໍຖືການເພີ່ມທະວີ ແລະ ພັດທະນາການພົວພັນຄູ່ຮ່ວມມື ການຮ່ວມມືຍຸດທະສາດຮອບດ້ານກັບຈີນ ເປັນສຳຄັນ ພ້ອມທັງຍົກອອກບາງມາດຕະການໃຫຍ່ ເພື່ອຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ຈີນ ໃນໄລຍະຈະມາເຖິງ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ເນັ້ນຫນັກວ່າ: ສອງຝ່າຍ ຄວນເຄົາລົບບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງພັກ, ສອງລັດ ກ່ຽວກັບການຄວບຄຸມຄວາມບໍ່ລົງລອຍກັນບົນທະເລເປັນຢ່າງດີ, ບໍ່ມີການກະທຳເຮັດໃຫ້ສະພາບການສັບສົມຂຶ້ນຕື່ມ, ບໍ່ເປີດກວ້າງການຂັດແຍ້ງ, ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ, ປະຕິບັດຂໍ້ຕົກລົງກ່ຽວກັບບັນດາຫລັກການພື້ນຖານ ຊີ້ນຳແກ້ໄຂບັນຫາບົນທະເລລະຫວ່າງຫວຽດນາມ - ຈີນ ແລະ ຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ຢ່າງເຂັ້ມງວດ, ຄົບຖ້ວນ, ພ້ອມກັບບັນດາປະເທດ ອາຊຽນ ສ້າງປະມວນຂໍ້ກຳນົດການປະພຶດຢູ່ທະເລຕາເວັນອອກ ໂດຍໄວ, ແກ້ໄຂການຂັດແຍ້ງໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ.