ທ່ານຮອງນາຍົກລັດຖະມົນຕີເຈືອງຮວ່າບີງໄປຢ້ຽມຢາມແລະເຮັດວຽກກັບອົງການປະຈຳການຄະນະກຳມະການຊີ້ນຳເຂດໄຕບັກ

ທ່ານຮອງນາຍົກລັດຖະມົນຕີເຈືອງຮວ່າບີງໄປຢ້ຽມຢາມແລະເຮັດວຽກກັບອົງການປະຈຳການຄະນະກຳມະການຊີ້ນຳເຂດໄຕບັກ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ​ວ່າ​ບີງທີ່​ການ​ເຮັດ​ວຽກ​ກັບ​ອົງ​ການ​ປະ​ຈຳ​ການ​ຄະ​ນະ​ຊີ້​ນຳ​ເຂດ​ໄຕ​ບັກ

(vovworld)- ວັນ​ທີ 19/5, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ​ວ່າ​ບີງ ແລະ ຄະ​ນະ​ປະ​ຕິ​ບັດ​ງານ ໄດ້​ລົງ​ຢ້ຽມ​ຢາມ ແລະ​ເຮັດ​ວຽກ​ກັບ​ອົງ​ການ​ປະ​ຈຳ​ການ​ຄະ​ນະ​ຊີ້​ນຳ​ເຂດ​ໄຕ​ບັກ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບີງ ເນັ້ນ​ຫນັກ​ເຖິງ​ບັນ​ດາ​ທ່າ​ໄດ້​ປຽບ​ຂອງ​ເຂດ​ໄຕ​ບັກ ແລະ ສະ​ເຫນີ: ຄະ​ນະ​ຊີ້​ນຳ​ເຂດ​ໄຕ​ບັກ ແລະ ບັນ​ດາ​ທ້ອງ​ຖິ່ນ​ໃນ​ເຂດ​ສືບ​ຕໍ່​ຍູ້​ແຮງ​ການ​ປະ​ຕິ​ບັດ​ຫນ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ປະ​ຕິ​ບັດ​ວຽກ​ງານ​ຊົນ​ເຜົ່າ,ສາ​ສະ​ຫນາ​ເປັນ​ຢ່າງ​ດີ, ຍົກ​ສູງ​ລະ​ດັບ​ຄວາມ​ຮູ້​ໃຫ້​ແກ່​ຖັນ​ແຖວ​ພະ​ນັກ​ງານ, ຄົ້ນ​ຄ້​ວາ, ເປັນ​ເສ​ນາ​ທິ​ການ, ສະ​ເຫນີ​ບັນ​ດາ​ນະ​ໂຍ​ບາຍ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ເຂດ​ໄຕ​ບັກ.

ຕອບກັບ

ຂ່າວ/ບົດ​ອື່ນ