ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ພົບປະກັບວິສາຫະກິດ ຫວຽດນາມ ຢູ່ ສະຫະພັນລັດເຊຍ

(VOVWORLD) -ວິສາຫະກິດຫວຽດນາມ ຢູ່ ລັດເຊຍ ຈະສືບຕໍ່ປ່ຽນແປງໃໝ່ວິທີການຜະລິດດໍາເນີນທຸລະກິດໃນສະພາບການໃໝ່, ເໝາະສົມກັບເງື່ອນໄຂໃໝ່, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ. 
ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ພົບປະກັບວິສາຫະກິດ ຫວຽດນາມ ຢູ່ ສະຫະພັນລັດເຊຍ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງກ່າວຄໍາເຫັນທີ່ການພົບປະ (ພາບ: TTXVN)

  ວັນທີ 21 ພຶດສະພາ, ຢູ່ສູນການຄ້າຮ່າໂນ້ຍ - ມົດສະກູ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ໄດ້ມີການພົບປະກັບຜູ້ຕາງໜ້າວິສາຫະກິດໃຫຍ່ທີ່ມາຈາກຫວຽດນາມ, ວິສາຫະກິດຫວຽດນາມ ຢູ່ ສະຫະພັນ ລັດເຊຍ ປະມານ 100 ແຫ່ງ ແລະ ວິສາຫະກິດ ລັດເຊຍ ຈໍານວນໜຶ່ງ ເພື່ອແນໃສ່ແຈ້ງໃຫ້ຊາບກ່ຽວກັບສະພາບດໍາເນີນທຸລະກິດ ແລະ ພັດທະນາເສດຖະກິດພາຍໃນປະະເທດ, ກໍຄືພົບປະແລກປ່ຽນ ແລະ ສ້າງຕັ້ງການພົວພັນລະຫວ່າງສອງຝ່າຍ.

    ກ່າວຄໍາເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ປາດຖະໜາວ່າ ວິສາຫະກິດຫວຽດນາມ ຢູ່ ລັດເຊຍ ຈະສືບຕໍ່ປ່ຽນແປງໃໝ່ວິທີການຜະລິດດໍາເນີນທຸລະກິດໃນສະພາບການໃໝ່, ເໝາະສົມກັບເງື່ອນໄຂໃໝ່, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ. ວິສາຫະກິດຫວຽດນາມ ຄວນມີການສົມທົບ ແລະ ຮ່ວມມືກັບບັນດາວິສາຫະກິດຂອງປະເທດປະຈໍາຖິ່ນໃຫ້ດີກວ່າອີກ, ກ່ອນອື່ນໝົດແມ່ນເປີດກວ້າງຕະຫຼາດຢູ່ພາກພື້ນ, ແມ່ນຂົວເຊື່ອມຕໍ່ເພື່ອເປີດກວ້າງຕະຫຼາດຈໍາໜ່າຍສິນຄ້າ ແລະ ຜະລິດຕະພັນຂອງຫວຽດນາມ.

        ທີ່ການພົບປະ, ບັນດາວິສາຫະກິດສອງຝ່າຍ ກໍໄດ້ດໍາເນີນການແລກປ່ຽນໂດຍກົງ ເພື່ອຊອກຫາຄູ່ຮ່ວມມື ແລະ ກາລະໂອກາດດໍາເນີນທຸລະກິດ ແລະ ລົງທຶນ.


ຕອບກັບ

ຂ່າວ/ບົດ​ອື່ນ