ທ່ານຮອງນາຍົກລັດຖະ ມົນຕີຫງວຽນຊວນຟຸກ ເຮັດວຽກຢູ່ແຂວງຮ່າຢາງ

ທ່ານຮອງນາຍົກລັດຖະ ມົນຕີຫງວຽນຊວນຟຸກ ເຮັດວຽກຢູ່ແຂວງຮ່າຢາງ - ảnh 1
(ພາບ:
baomoi.com)

(vovworld)-  ຕອນ​​ບ່າຍ​ວັນ​ທີ 10/7, ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ແລະ ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ ​ໄດ້​ເຮັດ​ວຽກກັບ​ການ​ນຳ​ຫຼັກ​ແຫຼ່ງຂອງແຂວງຮ່າ​ຢາງ​ ກ່ຽວ​ກັບ​ສະພາບ​ການພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ທ້ອງ​ຖິ່ນ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານຮອງ​ນາຍົກລັດຖະມົນຕີຫງວຽນ​ຊວນ​ຟຸກ​ສະ​ເໜີ​ໃຫ້ການ​ນຳ​ແຂວງຮ່າ​ຢາງ​ ຈົ່ງ​ສຸມ​ໃສ່​ຂຸດ​ຄົ້ນຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າໄດ້​ປຽບ​ຢ່າງ​ມີ​ປະສິດທິ​ຜົນ​ເພື່ອ​ພັດທະນາ, ​ໃນ​ນັ້ນຍູ້​ໄວ​ການ​ລົບ​ລ້າງ​ຄວາມ​ອຶ​ດຫິ​ວ ຫລຸດຜ່ອນ​ຄວາມທຸກ​ຍາກ, ຮັບປະກັນ​ຄວາມ​ສາມັກຄີຊົນ​ຊາດ, ຄວາມໝັ້ນຄົງດ້ານ​ການ​ເມືອງ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ. ທ່ານຮອງ​ນາຍົກລັດຖະມົນຕີຫງວຽນ​ຊວນ​ຟຸກ​ ​ເຈາະ​ຈິ້ມວ່າ ​ແຂວງຮ່າ​ຢາງ​ ຕ້ອງ​ທະວີຄູນ​ບັນດາ​ຮູບ​ແບບ​ປູກ​ຕົ້ນຢາ​ສະ​ໝູນ​ໄພ, ຕົ້ນຊາ, ຕົ້ນໝາກກ້ຽງ​ເພື່ອ​ໃຫ້ ປຊຊ ຫລຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ, ສ້າງ ​ແລະ ​ເສີ​ມຂະຫຍາຍ​ສີສັນ​ບັນດາ​​ເຜົ່າ​ສ່ວນ​ໜ້ອຍ. ຄຽງ​ຄູ່​ກັນນັ້ນ, ມີ​ຄວາມ​ເອົາ​ໃຈ​ໃສ່​ກ່ວາ​ອີກ​ເຖິງ​ລະບົບ​ການ​ເມືອງ​ຮາກ​ຖານ ​ແລະ ພະນັກງານ​ທ້ອງ​ຖິ່ນ​ດ້ວຍ​ບັນດາ​ນະ​ໂຍບາຍ​ອັນ​ແທດ​ຈິງ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບຂອງຖັນ​ແຖວ​ພະນັກງານ​ຮາກ​ຖານ.

 

 

 

 

 

ຂ່າວ/ບົດ​ອື່ນ