ທ່ານຮອງລັດຖະມົນຕີການຕ່າງປະເທດ ໂຕແອັງຢຸງ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດອັງກິດ Nigel Adam
(VOVWORLD) -2 ຝ່າຍກໍ່ແລກປ່ຽນບາງບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ
ວັນທີ 04 ມີນາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໂຕແອັງຢຸງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດອັງກິດ ຜູ້ຮັບຜິດຊອບອາຊີ Nigel Adam.
ທີ່ການໂອ້ລົມ, 2 ຝ່າຍໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນ 2 ຝ່າຍລະຫວ່າງຫວຽດນາມ - ອັງກິດ, ພິເສດແມ່ນໃນສະພາບປີ 2020 ຜ່ານມາ, 2 ຝ່າຍໄດ້ອອກຖະແຫຼງການຮ່ວມ ເພື່ອແນໃສ່ນຳການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ຂຶ້ນສູ່ລະດັບສູງໃໝ່ໃນເວລາ 10 ປີຈະມາເຖິງ, ກໍ່ຄືໄດ້ລົງນາມໃນສັນຍາການຄ້າເສລີ 2 ຝ່າຍ (UKVFTA), ໂດຍເຊື່ອໝັ້ນວ່າ ການພົວພັນຮ່ວມມືຈະພັດທະນາຢ່າງແຮງກວ່າໃນໄລຍະຈະມາເຖິງ.
2 ຝ່າຍກໍ່ແລກປ່ຽນບາງບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອຮັບປະກັນຜົນສຳເລັດຂອງກອງປະຊຸມສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ເຊິ່ງອັງກິດ ເປັນເຈົ້າພາບຈັດຕັ້ງໃນທ້າຍປີ 2021.