ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບຊາວຫວຽດນາມອາໄສຢູ່ຕ່າງປະເທດທີ່ດີເດັ່ນ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບຊາວຫວຽດນາມອາໄສຢູ່ຕ່າງປະເທດທີ່ດີເດັ່ນ - ảnh 1
ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ ຕ້ອນຮັບ
ຊາວຫວຽດນາມອາໄສຢູ່ຕ່າງປະເທດທີ່ດີເດັ່ນ
(ພາບ: TTXVN)


(vovworld) –​ ​​​ຕອນ​ບ່າຍ​ວັນ​ທີ 30/01, ທີ່​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ທີ່​ຕາງ​ໜ້າ​ໃຫ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ກັບ​ເມືອ​ປະ​ເທດ​ເຂົ້າ​ຮ່ວມ​ລາຍ​ການ ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ 2016, ໂດຍ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊ​າວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈັດ​ຕັ້ງ, ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ໄດ້​ຊົມ​ເຊີຍ​ບັນ​ດາ​ຜູ້​ແທນ​ຕາງ​ໜ້າ​ໃຫ້​ປະ​ຊາ​ຄົມຊາວ​ຫວຽດ​ນາມ​ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ກັບ​ເມືອ​ຢ້ຽມ​ຢາມ​ບານ​ເກີດ​ເມືອງນອນ, ສົ່ງ​ຄຳຢື້​ຢາມ​ຖາມ​ຂ່າວ ແລະ ​ອວຍ​ພອນປິ​ໃໝ່ ເຖິງ​ບັນ​ດາ​ຜູ້​ແທນ ແລະ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ທຸກ​ຄົນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ທີ່​ມີ​ຕໍ່​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນ​າ​ປະ​ເທດ​ຊາດ, ໃນ​ນັ້ນ​ໄດ້​ປະ​ກອບ​ບັນ​ດາ​ຄຳ​ເຫັນ​ສ້າງ​ສັນ​ຕໍ່​ກອງ​ປະ​ຊຸ​ມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ຜ່ານ​ມາ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຢືນ​ຢັນ​ວ່າ, ພັກ ແລະ ລັດ ຍາມ​ໃດ​ກໍ​ເ​ອົາ​ໃຈ​ໃສ່ ແລະ ຖື​​ປະ​ຊາ​ຄົມ​ຊ​າວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດເປັນ​ສຳ​ຄັນ, ປາດ​ຖະ​ໜາ​ວ່າ​ພໍ່​ແມ່​ປະ​ຊາ​ຊົນ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຈົ່ງ​ສາ​ມັກ​ຄີ​ນຳ​ກັນ, ຍາມ​ໃດ​ກໍ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ, ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ… ທ່ານ​ເລ​ຂາ​ທິ​ການ​ໃຫຍ່ກໍ​ໄດ້​ແຈ້ງ​ໃຫ້​ພໍ່​ແມ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຊາບ​ກ່ຽວ​ກັບ​ບັນ​ດາ​ໝາກ​ຜົນ​ຕົ້ນ​ຕໍ່​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງທີ 12 ຂອ​ງ​ພັກ, ຢືນ​ຢັນ​ວ່າ ພັກ, ລັດ​ຈະ​ສືບ​ຕໍ່​ຍູ້​ແຮງວິ​ວັດ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ແລະ​ທັນ​ສ​ະ​ໄໝ​ຢ່າງ​ຮອບ​ດ້ານ ແລະ ຄົບ​ຊຸດ.

ຂ່າວ/ບົດ​ອື່ນ