ທ່ານເລຂາທິການໃຫຍ່ຫງວຽນຟຸູ໋ຈ້ອງພົບປະກັບຊາວກະສິກອນດີເດັ່ນ 30 ປີແຫ່ງການປ່ຽນແປງໃໝ່

(VOVWORLD) -ຕອນບ່າຍວັນທີ 13 ຕຸລາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ພົບປະກັບຜູ້ແທນຊາວກະສິກອນດີເດັ່ນ 30 ປີແຫ່ງການປ່ຽນແປງໃໝ່.

ທ່ານເລຂາທິການໃຫຍ່ຫງວຽນຟຸູ໋ຈ້ອງພົບປະກັບຊາວກະສິກອນດີເດັ່ນ 30 ປີແຫ່ງການປ່ຽນແປງໃໝ່ - ảnh 1ທ່ານເລຂາທິການໃຫຍ່ຫງວຽນຟຸູ໋ຈ້ອງພົບປະກັບຊາວກະສິກອນດີເດັ່ນ 30 ປີແຫ່ງການປ່ຽນແປງໃໝ່

(ພາບ: TTXVN)

ເຂົ້າຮ່ວມການພົບປະ, ມີຜູ້ແທນແມ່ນຊາວກະສິກອນດີເດັ່ນ 87 ຄົນ ໂດຍສູນກາງສະມາຄົມຊາວກະສິກອນຫວຽດນາມ ສົມທົບກັນຈັດຕັ້ງ ເຊີດຊູກົງກັບໂອກາດສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງສະມາຄົມ.

ກ່າວຄວາມເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຍ້ອງຍໍ ແລະ ຂອບອົກຂອບໃຈການປະກອບສ່ວນອັນໃຫຍ່ຫຼວງ ແລະ ລຳ້ຄ່າຂອງຂະບວນການຊາວກະສິກອນ, ການເຄື່ອນໄຫວຂອງຊາວກະສິກອນທຸກຂັ້ນ, ຜູ້ແທນຊາວກະສິກອນທີ່ດີເດັ່ນ 87 ຄົນເວົ້າສະເພາະ ແລະ ຊາວກະສິກອນໃນທົ່ວປະເທດເວົ້າລວມ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຫວັງວ່າບັນດາໝູ່ຄະນະ, ສ່ວນບຸກຄົນດີເດັ່ນທີ່ໄດ້ຮັບການເຊີດຊູໃນຄັ້ງນີ້ ກໍ່ຄືຊາວກະສິກອນໃນທົ່ວປະເທດເສີມຂະຫຍາຍຜົນງານທີ່ບັນລຸໄດ້, ເປັນເຈົ້າການ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ປະກອບສ່ວນຫຼາຍກວ່າອີກເພື່ອກໍ່ສ້າງພື້ນຖານກະສິກຳໃຫ້ພັດທະນາຢ່າງຮອບດ້ານຕາມທິດທັນສະໄໝ, ໝັ້ນຄົງ, ກໍ່ສ້າງຊົນນະບົດໃໝ່ສີວິໄລ.

ຕອບກັບ

ຂ່າວ/ບົດ​ອື່ນ