ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມໂຮງງານເຂື່ອນໄຟຟ້ານ້ຳຕົກລາຍເຈົາແລະແຂວງດ້ຽນບຽນ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມໂຮງງານເຂື່ອນໄຟຟ້ານ້ຳຕົກລາຍເຈົາແລະແຂວງດ້ຽນບຽນ - ảnh 1
(ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ
ຢ້ຽ​ມ​ຢາມໂຮງ​ງານ​ເ​ຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ລາຍ​ເຈົາ)

(vovworld) - ​​ ​​ໃນ​ການ​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ ດ້ຽນ​ບຽນ, ຕອນ​ບ່າຍ​ວັນ​ທີ 16/07, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ ຫງວຽນ​ຟຸ​ຈ້ອງ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ດ້ຽນ​ບຽນ. ຕອນ​ເຊົ້າ​ວັນ​ທີ 16/07, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ​້ອງ ໄດ້​ໄປ​ວາງ​ພວງ​ມາ​ລາ​ອາ​ໄລ​ຫາ​ບັນ​ດາ​ນັກ​​ຮົບ​ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ຢ​ູ່​ສູ​້​ສານ​ນັກ​ຮົບ​ເສຍ​ສະ​ຫຼ​ະ​ຊີ​ວິດ​ເພື່ອ​ຊາດ​ດ້ຽນ​ບຽນ ຢູ່ໂນນ​ພູ A1. ຕໍ່​ຈາກນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ໄ​ດ້​ລົງ​ຢ້ຽມ​ຢາມ​ຕາ​ແສງ ​ປອມ​ລອດ, ເມືອງ​ດ້ຽນ​ບຽນ, ມອບ​ຂອງ​ຂວັນ​ໃຫ້ 2 ຄອ​ບ​ຄົວ​ນະ​ໂຍ​ບາຍ​ຢູ່​ຕາ​ແສງ ​ປອມ​ລອດ.

        ກ່ອນ​ໜ້ານັ້ນ​, ໃນ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ແຂວງ ລາຍ​ເຈົາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ໄດ້​ລົງ​ຢ້ຽ​ມ​ຢາມ​ພະ​ນັກ​ງານ, ກຳ​ມະ​ກອນ​ໂຮງ​ງານ​ເ​ຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ລາຍ​ເຈົາ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ​ ​ກ່າວ​ວ່າ.

        “ນີ້​ແມ່ນ​ຜົນ​ງານ​ອັນ​ໃຫຍ່​ຫຼວງ, ສຳ​ຄັນ​ພິ​ເສດ. ນີ້ກໍ່​ແມ່ນ​ໝາກ​ຜົນ​ຂອງ​ຄວາມ​ມາ​ນະ​ພະ​ຍາ​ຍາມໃນ​ກາ​ນ​ອອກ​ແຮງ​ງານ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ, ລ​ຳ​ບາກ​ຂອງ​ພະ​ນັກ​ງານ, ພາ​ລະ​ກອນ, ກຳ​ມະ​ກອນ ແລະ ຂອງ​ກຸ່ມ​ບໍ​ລິ​ສັດ​ໄຟ​ຟ້າ​ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ ແລະ ຂອງ​ທ້ອງ​ຖິ່ນ​ຕ່າງໆ.”

ຂ່າວ/ບົດ​ອື່ນ