ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງສິ້ນສຸດການຢ້ຽມຢາມສັນຕະວະໄມຕີ ສປປ ລາວ ຢ່າງເປັນທາງການຢ່າງຈົບງາມ

ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງສິ້ນສຸດການຢ້ຽມຢາມສັນຕະວະໄມຕີ ສປປ ລາວ ຢ່າງເປັນທາງການຢ່າງຈົບງາມ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ຢ້ຽມ​ຢາມ​ສັນ​ຕະ​ວະ​ໄມ​ຕີ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ

(vovworld) – ຕອນ​ບ່າຍ​ວັນ​ທີ 26/11, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​​ມາ​ຮອດ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ສັນ​ຕະ​ວະ​ໄມ​ຕີ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 24 – 26/11/2016 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ບຸນ​ຍັງ ວໍ​​ລະ​ຈິດ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​ສົ່ງ​ໂທ​ລະ​ເລກ​ຂອບ​ໃຈ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ​ລາວ ບຸນ​ຍັງ ວໍ​​ລະ​ຈິດ.

        ເມື່ອ​ຕອບ​ສຳ​ພາດ​ສື່ມວນ​ຊົນ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ຢ້ຽມ​ຢາມ, ທ່ານ ຮ່​ວາງ​ບີ່ນກວນ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ໄດ້​ຊີ້​ແຈ້ງວ່າ ການ​ຢ້ຽມ​ຢາມ​ສັນ​ຕະ​ວະ​ໄມ​ຕີ ສ​ປ​ປ ລາວ ຂອງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຄັ້ງ​ນີ້​​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ ແລະ ໄດ້ບັນ​ລຸ​​ບັນ​ດາໝາກ​ຜົນ​ສຳ​​ຄັນຫຼາຍ​ຢ່າງ. ສອງ​ຝ່າຍ​ໄດ​້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮັບ​ຮູ້ ແລະ ຢັ້ງ​ຢືນ​ວ່າ ການ​ພົວ​ພັນ​ສາ​ມັກ​ຄີ, ຄວາມ​​ຜູກ​ພັນ​ແບບພິ​ເສດ ຫວຽດ​ນາມ - ລາວ ເປັນ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ, ເປັນ​ກົດເກນ​ແຫ່ງ​ຄວາມ​ເປັນ​ຕາຍ, ເປັນ​ປັດ​ໄຈ​ຂາດບໍ່​ໄດ້​ສຳ​ລັບ​ໄຊ​ຊະ​ນະ​ຂອງ 2 ພັກ, ສອງ​ລັດ, ປະ​ຊາ​ຊົນ 2 ປະ​ເທດ​ໃນ​ການ​ຕໍ່​ສູ້​ຍາດ​ເອົາ, ຮັກ​ສາ ແລະ ປົກ​ປັກ​ຮັກ​ສາ​ພື້ນ​ຖານ​ເອ​ກະ​ລາດ, ເສ​ລີ​ພາບ​ກ່ອນນີ້ ກໍ່​ຄື​ໃນ​ພາ​ລະ​ກິດ​ສ້າງ​ສາ, ພັດ​ທະ​ນາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ກໍ່​​ໄດ້ມີ​ການ​ພົບ​ປະ, ໂອ້​ລົມ ກັບ​ພະ​ນັກ​ງານ, ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ​ຈຳ​ນວນ 1.800 ຄົນ. ບົດ​ຄຳ​ເຫັນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໄດ້​ແບ່ງ​ປັນ​ບັນ​ດາ​ຄວາມ​ຄິດ, ການ​ກຳ​ນົດ​ທິດ​​ໃຫຍ່ກ່ຽວ​ກັບ​ການ​ພົວ​ພັນ ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ, ກ່ຽວ​ກັບ​ເສັ້ນ​ທາງ​ທີ່​ທັງ 2 ພັກ, 2 ລັດ, ປະ​ຊາ​ຊົນ 2 ປະ​ເທດ ໄດ້​ເລືອກ​ເຟັ້ນ ກໍ່​ຄື​ຄວາມ​ມຸ່ງ​ມາດປາດ​ຖະ​ໜາ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສຳ​ລັບ​ເພື່ອນ​ໜຸ່ມ, ສົ່ງ​ສານ​ຢ່າງ​ເລິກ​ເຊິ່ງ​ເຖິງ​ລຸ້ນ​ໜຸ່ມ ແລະ ມະ​ຫາ​ຊົ​ນ​ຂອງ​ທັງ 2 ປະ​ເທດ.

        ກໍ່​ເນື່ອງ​ໃນ​ໂອ​ກາດນີ້, ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປະ​ຈຳ ລາວ, ທ່ານ​ນາງ ສູນ​ທອນ ໄຊ​ຍະ​ຈັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໄດ້​ຢັ້ງ​ຢືນ​ວ່າ: ການ​ຢ້ຽມ​ຢາມ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວ​ີ​ການ​ພົວ​ພັນ​ມິດ​ຕະ​ພາບ, ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ກາ​ນ​ຮ່ວມ​ມື​ຮອບ​ດ້ານ ລາວ ແລະ ຫວຽດ​ນາມ ​ໂດຍ​ທ່ານ​ປະ​ທານ ໂຮ່​ຈີ​ມິນ, ປະ​ທານ ໄກ​ສອນ ພົມ​ວິ​ຫານ ແລະ ປະ​ທານ ສຸ​ພາ​ນຸ​ວົງ ເປັນ​ຜູ້ກໍ່​ຕັ້ງ ແລະ ໂດຍ​ການ​ນຳ​ລຸ້ນ​ຕ່າງໆ ກໍ່​ຄື​ປະ​ຊາ​ຊົນ ສອງ​ປະ​ເທດ​ສືບ​ຕໍ່​ຮັກ​ສາ, ເພີ່ມ​ພຸນ​ຄຸນ​ສ້າງ ແລະ ພັດ​ທະ​ນາ.


ຂ່າວ/ບົດ​ອື່ນ