ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ອວຍພອນປີໃໝ່ການນຳ, ອະດີດການນຳພັກ, ລັດ, ພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ
(VOVWORLD) -ເນື່ອງໃນໂອກາດຕ້ອນຮັບບຸນປີໃໝ່ປະຈຳຊາດ ປີແມວ 2023, ຕອນເຊົ້າວັນທີ 19 ມັງກອນ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານການຕ້ອນຮັບ, ອວຍພອນປີໃໝ່ບັນດາການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ແລະ ພໍ່ແມ່ປະຊາຊົນ, ນັກຮົບທົ່ວປະເທດ, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດທຸກຖ້ວນໜ້າ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເປັນປະທານການຕ້ອນຮັບ, ອວຍພອນປີໃໝ່ (ພາບ:VOV) |
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ ຫວຽດນາມ ຫາກໍ່ຜ່ານພົ້ນປີຂານ 2022 ດ້ວຍຫຼາຍເຫດການສຳຄັນ, ມີຊີວິດຊີວາ ແລະ ຫຼາຍຮູບຫຼາຍແບບ. ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ບັນລຸໄດ້ໝາກຜົນ, ຜົນງານສຳຄັນຫຼາຍຢ່າງ ແລະ ຮອບດ້ານພໍສົມຄວນ. ພົ້ນເດັ່ນແມ່ນຂົງເຂດເສດຖະກິດເຕີບໂຕກວ່າ 8%; ສະຫວັດດີການສັງຄົມໄດ້ຮັບປະກັນ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການເອົາໃຈໃສ່ເບິ່ງແຍງດູແລ ແລະ ປັບປຸງຢ່າງເຫັນໄດ້ຊັດ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ:
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ອວຍພອນປີໃໝ່ (ພາບ: VOV) |
“ໜ້າທີ່ຈຸດສຸມໃນສະເພາະໜ້າແມ່ນແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດ, ຍູ້ແຮງການຜະລິດ, ດຳເນີນທຸລະກິດ; ເອົາໃຈໃສ່ໜູນຊ່ວຍປະຊາຊົນ ເພື່ອໃຫ້ປະຊາຊົນໄດ້ຕ້ອນຮັບບຸນເຕັດດ້ວຍຄວາມເບີກບານມ່ວນຊື່ນ. ໃນໄລຍະຈະມາເຖິງ, ສະເໜີໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ເພີ່ມທະວີຄວາມສາມັກຄີໃຫ້ຫຼາຍກວ່າອີກ, ມີຄວາມຕັດສິນໃຈສູງກວ່າອີກ; ຮ່ວມແຮງຮ່ວມໃຈສ້າງສາປະເທດໃຫ້ນັບມື້ນັບຈະເລີນ, ຮຸ່ງເຮືອງ, ສີວິໄລ ແລະ ຜາສຸກ.”
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ອວຍພອນໃຫ້ພາລະກິດປະຕິວັດຂອງປະຊາຊົນ ບັນລຸໄດ້ໄຊຊະນະໃໝ່, ໃຫຍ່ກວ່າອີກ; ປີ 2023 ໄດ້ຮັບໄຊຊະນະໃຫຍ່ກວ່າ, ພັດທະນາໄວກວ່າ ແລະ ຍື່ນຍົງກວ່າ ປີ 2022.
ແລະກໍ່ໃນຕອນບ່າຍວັນທີ 19 ມັງກອນ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ໄປຢື້ຢາມຖາມຂ່າວ, ອວຍພອນບຸນເຕັດອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ຮ່າໂນ້ຍ ໃນໂອກາດຕ້ອນຮັບບຸນເຕັດປີແມວ 2023 ແລະ ຂ່ຳນັບຮັບຕ້ອນ 93 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3 ກຸມພາ 1930 – 3 ກຸມພາ 2023).